spot_img
Homeຂ່າວພາຍ​ໃນສສກ ອອກແຈ້ງການ ໂຈະການຮຽນຊົ່ວຄາວ ສຳລັບໂຮງຮຽນທີ່ບໍ່ມີແອ-ພັດລົມ ໃນໄລຍະທີ່ມີອາກາດຮ້ອນເຖິງ 40 ອົງສາ

ສສກ ອອກແຈ້ງການ ໂຈະການຮຽນຊົ່ວຄາວ ສຳລັບໂຮງຮຽນທີ່ບໍ່ມີແອ-ພັດລົມ ໃນໄລຍະທີ່ມີອາກາດຮ້ອນເຖິງ 40 ອົງສາ

Published on

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ເພື່ອເພີ່ມທະວີເຝົ້າ ລະວັງສະພາບອາກາດຮ້ອນອົບເອົ້າ, ລົມພາຍຸ ແລະ ມົນລະພິດທາງອາກາດໃນບາງເຂດ ທີ່ຈະສົ່ງຜົນກະທົບຕໍ່ ສຸຂະພາບ ຂອງພະນັກງານ, ຄູ-ອາຈານ ແລະ ນັກຮຽນນັກສຶກສາ ລວມທັງຊັບສິນ, ອຸປະກອນການຮຽນການສອນ ແລະ ພື້ນຖານ ໂຄງລ່າງສະຖານການສຶກສາ, ວິທະຍາສາດ ແລະ ກິລາ. ສະນັ້ນ, ເພື່ອເປັນການກຽມຄວາມພ້ອມໃນການຮັບມືກັບໄພ ອັນຕະລາຍຕ່າງໆທີ່ອາດເກີດຂຶ້ນ ແລະ ມີມາດຕະການທີ່ເໝາະສົມກັບແຕ່ລະເຫດການ; ຈຶ່ງຂໍແຈ້ງມາຍັງທຸກພາກສ່ວນໃຫ້ເອົາໃຈໃສ່ ດັ່ງນີ້:

1. ເອົາໃຈໃສ່ຕິດຕາມສະພາບອາກາດລາຍວັນ ຖ້າເຫັນວ່າມີອາກາດຮ້ອນອົບເອົ້າ ແລະ ມີອຸນຫະພູມ 40 ອົງສາເຊ ຂຶ້ນໄປ ຊຶ່ງອາດຈະກໍ່ໃຫ້ເກີດຜົນກະທົບຕໍ່ສຸຂະພາບຂອງນ້ອງນັກຮຽນ ໂດຍສະເພາະແມ່ນ ໃນຂັ້ນລ້ຽງເດັກ- ອະນຸບານ, ໂຮງຮຽນປະຖົມ, ມັດທະຍົມສຶກສາຕອນຕົ້ນ-ຕອນປາຍ ບ່ອນທີ່ບໍ່ມີເຄື່ອງລະບາຍອາກາດ-ບໍ່ມີພັດລົມ ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນແຂວງ/ນະຄອນຫຼວງ, ເມືອງ/ນະຄອນ ຫຼື ຂັ້ນໂຮງຮຽນ ພິຈາລະນາໂຈະບາງຕອນ ຫຼື ບາງໄລຍະຕາມຄວາມເໝາະສົມ ແຕ່ໃຫ້ມີການສອນທົດແທນຄືນຕາມຮູບການຕ່າງໆທີ່ເໝາະສົມ; ນອກຈາກນີ້, ຖ້າເຫັນວ່າອາກາດຮ້ອນຫຼາຍ ກໍໃຫ້ຫຼີກລ່ຽງການຈັດກິດຈະກຳກາງແຈ້ງເປັນເວລາດົນນານ ແລະ ໃຫ້ປັບເວລາການຈັດກິດຈະກຳຕາມຄວາມເໝາະສົມ;

2. ສືບຕໍ່ເຝົ້າລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ ຕົ້ນໄມ້ໃຫຍ່ຫັກລົ້ມ, ຫຼັງຄາອາຄານຮຽນເປ່ເພ ດ້ວຍການເກັບມ້ຽນສິ່ງຂອງສໍາຄັນ, ອຸປະກອນການຮຽນ, ປື້ມແບບຮຽນໄວ້ໃນບ່ອນທີ່ປອດໄພ; ຖ້າມີກໍລະນີຝົນຕົກ, ຟ້າເຫຼື້ອມ ແລະ ມີນໍ້າປ່າໄຫລຊຸ ຊຶ່ງຈະກະທົບ ແລະ ມີຄວາມອັນຕະລາຍຕໍ່ການເດີນທາງຂອງນັກຮຽນ, ມີຜົນກະທົບຕໍ່ທຸກຄົນໃນໄລຍະຮຽນ ແລະ ຖ້າມີ ເຫດການດັ່ງກ່າວແມ່ນຫ້າມດໍາເນີນກິດຈະກຳກາງແຈ້ງ; ຕໍ່ເຫດການໄພທຳມະຊາດນີ້, ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ພິຈາລະນາໂຈະການຮຽນຊົ່ວຄາວ ໂດຍພິຈາລະນາເປັນແຕ່ກໍລະນີ, ຄໍານຶງເຖິງຄວາມປອດໄພຂອງນັກຮຽນ ແລະ ບຸກຄະລາກອນເປັນຫຼັກ;

3. ໃຫ້ຕິດຕາມສະພາບມົນລະພິດທາງອາກາດ ແລະ ສະພາບຝຸ່ນລະອອງ PM 2.5 ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແຕ່ລະເຂດເປັນລາຍວັນ ຖ້າຫາກການຈັດລະດັບ AQI ເຫັນວ່າ ເລີ່ມມີຜົນກະທົບຕໍ່ສຸຂະພາບ ຂຶ້ນໄປໃຫ້ແນະ
ນໍານັກຮຽນ, ຄູອາຈານ ແລະ ພະນັກງານ ໃສ່ໜ້າກາກອະນາໄມ, ແຕ່ຖ້າການຈັດລະດັບ AQI ເຫັນວ່າ ມີຜົນ ກະທົບສູງຕໍ່ສຸຂະພາບ ໃຫ້ພິຈາລະນາດໍາເນີນການແກ້ໄຂຕາມຄວາມເໝາະສົມ;

4. ເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດ ແລະ ຮັກສາສິ່ງແວດລ້ອມ, ໃຫ້ສະຖານການສຶກສາແຕ່ລະແຫ່ງ ປູກຈິດສໍານຶກຮັກສາສິ່ງແວດລ້ອມ, ຮູ້ຜົນຮ້າຍຂອງການປ່ຽນແປງດິນຟ້າອາກາດ ແລະ ສ້າງສະຖານການສຶກ ສາ ໃຫ້ເປັນພື້ນທີ່ສີຂຽວ ດ້ວຍການປະຕິບັດມາດຕະການ ເຊັ່ນ: ການແຍກຂີ້ເຫຍື້ອ, ປ່ຽນການທໍາລາຍ ຂີ້ເຫຍື້ອດ້ວຍການຈຸດເຜົາມາເປັນການເຮັດຝຸ່ນບົ່ມ, ເພີ່ມການປູກຕົ້ນໄມ້ໃນສະຖານການສຶກສາ ໃນຄອບຄົວ ໃນທີ່ສາທາລະນະ ແລະ ສ້າງທັດສະນີຍະພາບໃນໂຮງຮຽນໃຫ້ສວຍງາມ;

5. ເພື່ອຮັບປະກັນຂໍ້ມູນຂ່າວສານທີ່ເຊື່ອຖືໄດ້ ແລະ ທັນເວລາ ໃຫ້ຕິດຕາມຂ່າວສານຕ່າງຈາກແຫຼ່ງຂໍ້ມູນ ທີ່ເຊື່ອຖືໄດ້ ດັ່ງນີ້:
ການພະຍາກອນອາກາດ ແລະ ແຈ້ງການຕ່າງໆຈາກ ເຟດບຸກ: ກົມອຸຕຸນິຍົມ ແລະ ອຸທົກກະສາດ. ແຈ້ງລະດັບມົນລະພິດທາງອາກາດ PM.2.5 ແລະ ດັດຊະນີຄຸນນະພາບອາກາດ (AQI) ປະຈໍາວັນ ທີ່ ເຟດບຸກ (1) MONRE ກສຊ ແລະ ເຟດບຸກ: (2) ສູນຂ່າວສານການແພດສຸຂະສຶກສາ;

ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນດີ, ພາຍຫຼັງການຈັດຕັ້ງປະຕິບັດ ໃຫ້ລາຍງານມາຍັງຫ້ອງການກະຊວງສຶກສາທິການ ແລະ ກິລາ ຊາບໃນເວລາອັນຄວນ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...