U-MONEY ຮັບລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ 19 ປະຈຳປີ 2021

ໃນ​ວັນ​ທີ 29 ທັນ​ວາ 2021 ທີ່ ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນຫຼວງວຽງ​ຈັ​ນ ໄດ້​ຈັດ​ພິ​ທີ ມອບຮັບ​ລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ -19 ປະຈໍາປີ 2021 ເຊີ່ງໃນນັ້ນ ບໍລິສັດ ສະຕາ ຟິນເທັກ ຈຳກັດ ຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ U-MONEY ໄດ້ຮັບ​ກຽດ ຂຶ້ນຮັບລາງວັນລະດັບປະເທດໃນຄັ້ງນີ້ເຊີ່ງແມ່ນ ລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ 19 ປະຈຳປີ 2021 ລາງວັນດັ່ງກ່າວນີ້ ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊີ່ງໂຄງການປະກາດລາງວັນ ດັ່ງກ່າວນີ້ ແມ່ນຖືກ ຈັດຕັ້ງຂື້ນທຸກໆ ປີໂດຍຈະມີບັນດາ ບໍລິສັດພາຍໃນປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ.

ນອກນັ້ນໃນ ປີ 2020 ທີ່ ຜ່ານມາ u-money ໄດ້ຮັບລາງວັນ ລະດັບສາກົນ ລາງວັນ Silver Stevie  ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” (Award for Innovation in Consumer Products & Services) ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards 2020. ນອກນັ້ນຍັງໄດ້ຮັບລາງວັນຈາກ IT world Awards 2020 ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ (IT Products & Services for Finance, Banking and Insurance).

ດ້ວຍຜົນງານການຄົ້ນຄວ້າປະດິດສ້າງ, ການສ້າງສັນ, ດ້ວຍຄວາມພະຍາຍາມ ໃນການສະໜອງບໍລິການທີ່ດີທີ່ສຸດອອກສູ່ສັງຄົມ ດ້ວຍເປົ້າໝາຍສະໜອງບໍລິການດ້ານການເງິນເທີງມືຖື ລົງທຸກຂົງເຂດ ໃນທົ່ວປະເທດເພື່ອຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖີງການເງິນ ດີຈີຕອນທີ່ທັນສະໄໝທີ່ສຸດໄດ້ຢ່າງທົ່ວເຖີງ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂື້ນ, ດ້ວຍຄຸນຄ່າ ການບໍລິການ ຕະຫຼອດໄລຍະເວລາ 3 ປີຜ່ານມາ  U-MONEY ໄດ້ຮັບລາງວັນ ເຖີງ 4 ລາງວັນ ໃນລະດັບພາຍໃນ ປະເທດ ແລະ ສາກົນ, ເຊີ່ງເປັນລາງວັນທີ່ຊົງຄຸນຄ່າ, ພາກພູມໃຈຂອງອ້າຍນ້ອງພະນັກງານໂດຍສະເພາະ.

ດ້ວຍສະຖານະການ ຂອງການແຜ່ເຊື້ອພະຍາດໂຄວິດໃນປະຈຸບັນ, ປະຊາຊົນຕ້ອງມີການປັບຕົວເຂົ້າໃນການດຳລົງຊີວິດແບບໃໝ່ (New Normal) ເຊີ່ງແນ່ນອນການນຳໃຊ້ເທັກໂນໂລຢີ ເຂົ້າໃນການເອື້ອຍອຳນວຍຄວາມສະດວກຈື່ງມີຄວ່າ ຈຳເປັນຢ່າງຍີ່ງໃນປະຈຸບັນ ເປັນຕົ້ນຂົງເຂດວຽກງານການເງິນ, ບໍລິການ U-MONEY ຈື່ງເປັນອີກໜື່ງບໍລິການທີ່ເໝາະສົມທີ່ສຸດຍຸກນີ້ເພາະບໍລິການ U-MONEY ເປັນບໍລິການ ກະເປົາເງິນ ເອເຣັກໂທຼນິກ ສາມາດເຮັດທຸລະກຳ ໂອນເງິນ-ຖອນເງິນ ອອກເປັນເງິນສົດ – ການຊໍາລະ ບໍລິການ ໂທລະຄົມ, ປະກັນໄພ, ນ້ຳປະປາ ແລະ ເຊົ່າສິນເຊື່ອຕ່າງໆ ໂດຍຜ່ານລະບົບມືຖື ລວມທັງການເຊື່ອມຕໍ່ກັບບັນດາທະນາຄານ ຊັ້ນນຳໄດ້, ເຊີ່ງສາມາດຫລຸດຜ່ອນການນຳໃຊ້ເງິນສົດ ຫລີກລ່ຽງການສຳພັດ ເຊີ່ງກັນແລະ ກັນໄດ້ເປັນຢ່າງດີ. ຜ່ານໄລຍະເວລາ 3 ປີ U-MONEY ໄດ້​ມີ​ການ​ຂະຫຍາຍເລກໝາຍລົງທະບຽນ ບໍລິການເຖີງ 1,6 ລ້ານເລກໝາຍ, ມີການຂະຫຍາຍຮ້ານຕົວແທນ ຫຼາຍກ່ວາ 10,000 ຮ້ານ​ຕົວ​ແທນ, ຂະຫຍາຍຮ້ານຮັບຊຳລະຜ່ານ QR code ຮ້ານຄ້າຕ່າງໆ ຫຼາຍກວ່າ 70.000 ຮ້ານຄ້າ ໃນຂອບເຂດທົ່ວປະເທດ.

U-MONEY ຈະບໍ່ຢຸດຢັ້ງ ການພັດທະນາຜະລິດຕະພັນ ໂດຍຄໍານືງເຖີງຜົນປະໂຫຍດສູງສຸດໃຫ້ກັບປະຊາຊົນ , ຮັບໃຊ້ປະຊາຊົນ ແລະ ຮັບໃຊ້ສັງຄົມ ເປັນຕົ້ນປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ກໍ່ສາມາດເຂົ້າເຖິງ ບໍລິການດ້ານການເງິນ – ການທະນາຄານ ໄດ້ຢ່າງສະດວກ ເພື່ອພັກດັນໃຫ້ບັນດາ ປະຊາຊົນຮູ້ນໍາໃຊ້ ແລະ ເຂົ້າ ເຖິງ ທຸລະກຳ ທາງດ້ານການເງິນໃນຮູບແບບດີຈີຕອນ ເຊິ່ງຈະເຮັດໃຫ້ເປັນການ ສົ່ງເສີມ ສ້າງພື້ນຖານ ໃນການພັດທະນາ ເສດຖະກິດຊຸມຊົນໃຫ້ນັບມື້ຈະເລີນຮຸ່ງເຮືອງຍີ່ງຂື້ນ.