ຫວຽດນາມຍັງບໍ່ມີຄຳສັ່ງປິດເມືອງ ແຕ່ຮຽກຮ້ອງໃຫ້ປະຊາຊົນ “ຢູ່ຫ່າງກັນ” ບໍ່ໃຫ້ຫຼຸດ 2ແມັດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 31 ມີນາ 2020 ວ່າ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ຖະແຫຼງວ່າ ລັດຖະບານຍັງບໍ່ມີນະໂຍບາຍໃຊ້ມາດຕະການ “ປິດເມືອງ” ທີ່ນະຄອນຫຼວງຮ່າໂນຍ ແລະ ໂຮຈີມິນ.

ເນື່ອງຈາກວ່າ ຫວຽດນາມມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງໂຄວິດ-19 ພາຍໃນຊຸມຊົນ ມີແນວໂນ້ມຈະເພີ່ມທະວີຂຶ້ນ ຈຶ່ງຕ້ອງການຄວາມຮ່ວມມືຈາກທຸກຝ່າຍຄຽງຄູ່ກັບມາດຕະການທີ່ເຂັ້ມງວດ ດ້ວຍເຫດຜົນນີ້ ນັບຕັ້ງແຕ່ວັນທີ 1 ເມສາ ເປັນຕົ້ນໄປ ຈະມີການຄວບຄຸມໄລຍະເວລາ ຢ່າງໜ້ອຍ 15 ວັນ ປະຊາຊົນທຸກຄົນຕ້ອງຢູ່ໃນເຮືອນ ໃຫ້ຫຼາຍທີ່ສຸດ ສາມາດອອກໄປຈາກເຮືອນເພື່ອໄປຊື້ອາຫານ, ໄປພົບແພດ,​ ໄປຊື້ຢາຮັກສາໂຣກ ແລະ ການຊື້ສິ່ງຂອງຈຳເປັນສຳລັບດຳລົງຊີວິດປະຈຳວັນເທົ່ານັ້ນ ແລະ ເມື່ອຢູ່ນອກສະຖານທີ່ຕ້ອງຢູ່ຫ່າງກັນບໍ່ໃຫ້ຫຼຸດ 2 ແມັດ.

ສຳລັບການເຮັດວຽກແມ່ນຂໍໃຫ້ເຮັດວຽກຢູ່ເຮືອນ ຍົກເວັ້ນວຽກທີ່ມີຄວາມຈຳເປັນ ຫຼື ຜູ້ທີ່ປະຕິບັດໃນສາຍງານທີ່ບໍ່ສາມາດເຮັດຢູ່ເຮືອນໄດ້, ການຂົນສົ່ງສາທາລະນະຈະໃຫ້ບໍລິການແບບຈຳກັດ ຫຼື ເຖິງຂັ້ນລະງັບຊົ່ວຄາວ ເພື່ອໃຫ້ປະຊາຊົນຢູ່ແຕ່ເຮືອນ ໂດຍບໍ່ໃຫ້ມີການເດີນທາງຂ້າມເຂດ.

ໃນຂະນະທີ່ລັດຖະບານກໍ່ພ້ອມມອບການສະໜັບສະໜູນໃນລະດັບສູງໃຫ້ກັບໂຮງໝໍທຸກແຫ່ງທີ່ເປັນແນວໜ້າ ໃນການສູ້ກັບໂຣກລະບາດຄັ້ງນີ້. ປັດຈຸບັນ ຫວຽດນາມມີຜູ້ປ່ວຍສະສົມ 204 ຄົນ ຮັກສາເຊົາແລ້ວ 55 ຄົນ ແລະ ຍັງບໍ່ພົບຜູ້ເສຍຊີວິດຈາກການຕິດເຊື້ອ.

 

ຮຽບຮຽງຂ່າວ: ພຸດສະດີ