ວິທີເຮັດໃຫ້ແຟນເຊົາເປັນຄົນມັກລະແວງໃນຕົວທ່ານ

ເຊື່ອວ່າມີຜູ້ຊາຍ ຫຼື ແມ່ຍິງຫຼາຍຄົນທີ່ຮູ້ສຶກເມືອຍໃຈກັບພຶດຕິກຳຂອງແຟນທີ່ມັກລະແວງສົງໃສໃນຕົວທ່ານ  ແຕ່ມັນກໍ່ເປັນເລື່ອງທຳມະຊາດຂອງມະນຸດເມື່ອມີຄວາມຮັກແລ້ວຄວາມຫຶງຫວງມັນກໍ່ມາຄູ່ກັນ ດັ່ງນັ້ນຄົນທີ່ມີແຟນເປັນຄົນທີ່ຫຶງຫວງ ແລະ ມັກລະແວງຈົນເປັນນິໃສແກ້ໄຂບໍ່ໄດ້ ເພື່ອໃຫ້ຄວາມຮັກມັນສາມາດດຳເນີນໄປໄດ້ຕ້ອງເລີ່ມຈາກຕົວທ່ານເອງນັ້ນລະທີ່ຕ້ອງເປັນຝ່າຍປັບປຸງແກ້ໄຂມັນ ໃນຄໍລຳ ຊີວິດກັບຄວາມຮັກມື້ນີ້ແອັດມິນມີ ວິທີເຮັດໃຫ້ແຟນເຊົາເປັນຄົນມັກລະແວງໃນຕົວທ່ານ ມາຝາກ ເຊິ່ງຈະມີແນວໃດນັ້ນເຮົາມາເບິ່ງພ້ອມກັນເລີຍ

  1. ຫາກແຟນຂໍເບິ່ງໂທລະສັບ ກໍ່ໃຫ້ເຂົາເບິ່ງໂລດ
  2. ທ່ານຈົ່ງເລີກນິໄສມັນເວົ້າຕວົະເພາະຖ້າແຟນຈັບໄດ້ຫຼາຍເທື່ອເຂົາຈະບໍ່ເຊື່ອທ່ານອີກ
  3. ພາຄົນຮັກໄປອອກງານພົບເພື່ອນຝູງ ຫຼື ພາໄປພົບຄົນສຳຄັນໃນບາງໂອກາດ
  4. ແບ່ງເວລາໃຫ້ກັບເຂົາຢ່າງຈິງຈັງ ເມື່ອທ່ານຮັບປາກວ່າຈະພາເຂົາໄປທ່ຽວ ໄປຫຼິ້ນ ຫຼື ຢູ່ເຮືອນນຳເຂົາແລ້ວທ່ານກໍ່ຕ້ອງໝັ້ນໃຈວ່າມີເວລາຢູ່ກັບເຂົາຢ່າງເຕັມທີ່ກ່ອນຈິ່ງຄ່ອຍເວົ້າ
  5. ຊື້ຂອງຂັວນໃຫ້ເຂົາໃນວັນທີ່ສຳຄັນ ເຮັດຢ່າງສະເໝີຕົ້ນສະເໝີປາຍ

ມັນອາດເປັນເລື່ອງທີ່ເຮັດໄດ້ຍາກໃນພາກປະຕິບັດ ແລະ ບາງຂໍ້ອາດຂັດໃຈຄົນທີ່ມີໂລກສ່ວນຕົວສູງແຕ່ຖ້າທ່ານຮັກເຂົາຢ່າງຈິງຈັງ ຈິງໃຈໝັ້ນໃຈວ່າຄົນນີ້ລ່ະແມ່ນ ທ່ານເອງກໍ່ຕ້ອງພິສູດຄວາມຈິງໃຈໃຫ້ເຂົາໄດ້ເຫັນ ແລະ ຖ້າເມື່ອໃດເຂົາສຳພັດມັນໄດ້ແລ້ວ ເຂົາຈະເລີກລະແວງທ່ານເອງ.