ວິທີຫຼຸດຄວາມແຕກແຍກພາຍໃນ ແລະ ເພີ່ມຄວາມສຸກໃຫ້ຄອບຄົວ

ຄອບຄົວທີ່ມີຄວາມສຸກຄືສິ່ງທີ່ທຸກຄົນປາຖະໜາຢາກໄດ້ຢາກມີມາຄອບຄອງໃນຊີວິດ ແຕ່ເລື່ອງແບບນີ້ທ່ານບໍ່ສາມາດສ້າງມັນຂຶ້ນມາພຽງລຳພັງດ້ວຍຕົວທ່ານຄົນດຽວໄດ້ ສາມະຊິກໃນເຮືອນທຸກຄົນຕ້ອງຊ່ວຍກັນສ້າງຂຶ້ນ ເຊິ່ງມື້ນີ້ແອັດມິນຈະມານຳສະເໜີຫຼັກການປະຕິບັດເພື່ອຫຼຸດຜ່ອນຄວາມແຕກແຍກພາຍໃນເພື່ອນຳໄປສູ່ຄວາມສຸກແກ່ຄອບຄົວມາຝາກ ເຊິ່ງຈະມີແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ!

ແນວທາງແກ້ໄຂແມ່ນໃຫ້ຢຶດຫຼັກ 3 ບໍ່ 4 ມີ ດັ່ງຕໍ່ໄປນີ້

ຫຼັກ 3 ບໍ່

  1. ບໍ່ຈຸກຈິກຈູ້ຈີ້
  2. ບໍ່ເປັນເຈົ້າຂອງຊີວິດຮ່າງກາຍ ແລະ ຫົວໃຈຂອງຄົນໃນຄອບຄົວ
  3. ບໍ່ເອົາແຕ່ຕຳນິເປັນຢ່າງດຽວ

ຫຼັກ 4 ມີ

  1. ມີການໃຫ້ກຽດກັນທັງທາງວາຈາ ແລະ ການກະທຳ
  2. ມີການດູແລເອົາໃຈໃສ່ໃນຍາມເຈັບປ່ວຍ
  3. ມີການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນກັບທຸກດ້ານທີ່ຄິດວ່າເໝາະສົມ
  4. ມີການຍ້ອງຍໍກັນນສິ່ງທີ່ຄິດວ່າເຫັນສົມຄວນ ແລະ ຮູ້ຈັກການໃຫ້ກຳລັງໃຈກັນ

ບາງຄວາມສຸກທັງກາຍໃຈ ບໍ່ສາມາດຊື້ໄດ້ດ້ວຍວັດຖຸເງິນທອງ ເພາະຄວາມສຸກບາງຢ່າງມັນຕ້ອງໃຊ້ໃຈແລກໃຈຈິ່ງຈະໄດ້ມາ ຖ້າທ່ານຢາກໃຫ້ຄອບຄົວມີແຕ່ຄວາມສະຫງົບສຸກ ອົບອຸ່ນ ບໍ່ມີເລື່ອງໃຫ້ຜິດໃຈກັນກໍ່ລອງນຳຫຼັກການພວກນີ້ໄປໃຊ້ຮັບຮອງວ່າໄດ້ຜົນ.