ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017

ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017
——————————————————
ບັນຫາເງິນທີ່ຈະເພີ່ມຈຳນວນ 760.000 ກີບ ທີ່ຖືກຕັດອອກຜ່ານມານັ້ນ ແລະ ບັນຫາເງິນເດືອນທີ່ຊັກຊ້າຖືເປັນອີກໜຶ່ງບັນຫາ ທີ່ສັງຄົມໃຫ້ ຄວາມສົນໃຈຕະຫລອດມາ ແລະ ກໍໄດ້ມີການສະເໜີ ໃຫ້ຂັ້ນເທິງຕິດຕາມກວດກາເບິ່ງ ຫາວິທີແກ້ໄຂ, ໂດຍການໂທລະສັບເຂົ້າຫາ ສາຍດ່ວນຂອງ ສະພາແຫ່ງຊາດ ຂອງພະນັກງານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ທ່ານ ສີລາ ວຽງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ໄດ້ຊີ້ແຈງບັນຫາທີ່ກ່າວມານັ້ນ ເມື່ອບໍ່ດົນນີ້ວ່າ: ສຳລັບນະໂຍບາຍການເພີ່ມເງິນ ເດືອນ-ເງິນອຸດໜູນ ຕາມດຳລັດ 24/ນຍ ແມ່ນໄດ້ຢຸດຕິການຈັດຕັ້ງປະຕິບັດແລ້ວ, ເຊິ່ງທິດທາງເພີ່ມເງິນເດືອນ-ເງິນອຸດໜູນ ໃນຕໍ່ໜ້າ ກະຊວງການເງິນ ຈະສົມທົບກັບກະຊວງພາຍໃນ ເພື່ອປະຕິຮູບລະບົບເງິນເດືອນ-ເງິນອຸດໜູນ ພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບ ຄວາມເປັນຈິງຫລາຍຂຶ້ນ ໂດຍຈະມີການກຳໜົດ ການເພີ່ມເປັນລະບົບຢ່າງເໝາະສົມ ແລະ ຕໍ່ເນື່ອງ, ຄາດວ່າ ຈະສາມາດເລີ່ມປະຕິບັດໄດ້ ໃນສົກງົບປະມານ ປີ 2016 -2017 ເປັນຕົ້ນໄປ.

ທ່ານ ສີລາ ວຽງແກ້ວ ກ່າວຕື່ມວ່າ: ຄວາມຈິງແລ້ວ ແຕ່ສົກປີ 2013-2014 ແລະ ສົກປີ 2014-2015 ກະຊວງການເງິນ ໄດ້ມີການຄົ້ນຄວ້າປັບປຸງກົນໄກ ການເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມວ່ອງໄວຂຶ້ນ ດັ່ງທີ່ໄດ້ສະເໜີຕໍ່ ກອງປະຊຸມ ສະພາແຫ່ງຊາດ ເພື່ອເຮັດແນວໃດໃຫ້ການເບີກຈ່າຍເງິນເດືອນ ໃນຂອບເຂດທົ່ວປະເທດໄດ້ເປັນປົກກະຕິ ເຊິ່ງເຫັນວ່າ ສ່ວນໃຫຍ່ແມ່ນສາມາດ ເບີກຈ່າຍໄດ້ທັນເວລາ.

ກໍລະນີການເບີກຈ່າຍເງິນເດືອນ ຂອງບາງທ້ອງຖິ່ນ ຍັງມີສະພາບຊັກຊ້ານັ້ນ ແມ່ນເປັນຍ້ອນບັນຫາການກວດຜ່ານຫລາຍ ຂອດຂັ້ນເອກະສານ ໂດຍສະເພາະການກວດຜ່ານບັນຊີ ຈຳນວນພົນລັດຖະກອນ ເຊິ່ງກະຊວງການເງິນ ຈະຕ້ອງໄດ້ເຮັດວຽກຮ່ວມກັບ ຂະແໜງພາຍໃນ ຄົ້ນຄວ້າວິທີການເພື່ອຫລຸດຂັ້ນຕອນ ການຢັ້ງຢືນເອກະສານ ແລະ ເຊັ່ນດຽວກັນກັບ ບາງທ້ອງຖິ່ນ ກໍບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນການ ເຮັດໃຫ້ບໍ່ສາມາດເບີກຈ່າຍເງິນເດືອນໄດ້ທັນເວລາ, ຜ່ານມາກະຊວງການເງິນ ໄດ້ເຊື້ອເຊີນບັນດາທ້ອງຖິ່ນເພື່ອປຶກສາຫາລື ແລະ ຊຸກຍູ້ໃຫ້ທ້ອງຖິ່ນສຸມໃສ່ ການເບີກຈ່າຍເງິນເດືອນ-ເງິນອຸດໜູນ ໃຫ້ເປັນ ບູລິມະສິດອັນດັບໜຶ່ງ ຖ້າສົມທຽບໃສ່ຊຸມປີຜ່ານມາ ແມ່ນເຫັນວ່າມີ ທ່າອ່ຽງດີຂຶ້ນກວ່າເກົ່າ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

38 COMMENTS

  1. ถ้าเฮัดได้คึเว้าแม่นจะเรีนแท้ท่านเอีย อย้านแต่เพี่มเงินให้แล้ว พัดตัดออกอีกหัน เดียวนี้เงีนเดึอนนะช้าแท้ท่านเอีย

  2. ດີສຸດຍອດແລ້ວ ປັບຂຶ້ນຕາມລາຍຮັບແຫ່ງຊາດ

  3. ເມື່ອໄດ້ເງິນເດືອນເພີ້ມແລ້ວໜີ້ສີນຄືຊິຫຼຸດລົງ

  4. ບໍເຫັນຊີເບີກເງີນເດືອນທັນຈັກບາດເລີຍ

  5. ເຫີງໄດລະຊີເພີ່ມນະປີ2016ຊີເບິດປີລະ

  6. อยากให้พากส่วนที่ก่ฯวข้องกับกานควบคุมลาคาสินค้าเอาใจใส่แด่ ต่อกับบันหาเมื่อเพี่มเงินเดือนขื้นลาคาสินค้าก่อขื้นนำ อิดูตนพ่อแม่ปะชาชนหาเช้ากินค่ำบ่อมีเงินเดือนกิน

  7. ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງກັບການຄວບຄຸມລາຄາສິນຄ້າເພີ່ມຄວາມເອົາໃຈໃສ່ຂຶ້ນຕື່ມອີກ ຕໍ່ກັບບັນຫາ ເມື່ອເພີ່ມເງິນເດືອນຂຶ້ນລາຄາສິນຄ້າກໍ່ຂຶ້ນນຳ ທັງນີ້ກໍ່ເພື່ອພະນັກງານເອງ ແລະ ພໍ່ແມ່ປະຊາຊົນຫາເຊົ້າກິນຄຳ່ທີ່ບໍ່ມິເງິນເດືອນກິນ.

  8. ຊົມເຊີຍເດີ ສຳລັບເງິນເດືອນຂຶ້ນ ຊີວິດພະນັກງານກະຄ່ອຍດີຂຶ້ນຕາມກັນດ້ວຍ

  9. ແບບຝົນຕົກບໍ່ທົ່ວຟ້າ ນ້ຳໃນນາເລີຍມີບໍ່ສະເໝີກັນ ບໍ່ຕ່າງຫຍັ່ງກັບຖືກຫວຍລະບໍ່ໄດ້ເງີນຫັນລະ

  10. ໃນເມື່ອຂເພີ່ມເງິນເດືອນຂອງພະນັກງານລັດຖະກອນແລ້ວຕ້ອງໃດ້ຕິດຕາມກວດກາຄືນບັນດາສິນຄ້າຕາມທ້ອງຕະຫຼາດທີ່ສວຍໂອກາດຂື້ນລາຄາໂດຍບໍ່ສົມເຫດສົມຜົນແລະຕ້ອງມີມາດຕາການຕໍ່ຜູ້ທີ່ລະເມີດແລະຈັດຕັ້ງໜ່ວຍງານລົງກວດກາຢ່າງເຄັ່ງຄັດຖ້າບໍ່ດັ່ງນັ້ນເພີ່ມຫຼາຍປານໃດກະບໍ່ພໍທ່ານເອີ່ຍ

  11. เงินเดือนลัดทะกอนลาว ได้หน้อยกว่าเงินแรงงานขั้นต่ำของปะเทดเพื่อนบ้านตั้งเคี่งหนื่ง

  12. ຂະຫນາດວ່າບໍ່ທັນຂຶ້ນເທືີອກະຍັງຈ່າຍບໍ່ຖືກຕາມໄລຍະເວລາແລ້ວຄິດບໍ່ພໍ້ເລີຍຫາກວ່າຂຶ້ນແທ້ບໍ່ແມ່ນ3ເດືອນຈຶ່ງໄດ້ເດືອນດຽວຊ້ຳບໍ໊

  13. ເຫັນດີນຳຫລາຍໆ ຖ້າເພິ່ນເຮັດໄດ້ ແຕ່ຢາກໃຫ້ພາກສ່ວນກ່ຽວຂ້ອງ ຕິດຕາມກວດກາຄວບຄຸມ ລາຄາສິນຄ້າ ແລະ ຄ່າຄອງຊີບ ເພາະວ່າຊາວຄ້າຂາຍມັກສວຍໂອກາດ

  14. ຖ້າເງີນເດືອນຂື້ນແບບນີຂອງຍູ່ຕະຫລາດລາຄາປົກກະຕິກະດີຍ້ານແຕ່ເງີນເດືອນຂື້ນຂອ້ງຍູ່ຕະຫລາດກະແພງມາຕາມໆກັນເວ້າແທ້ເຮັດແທ້ຊົມເຊີຍ??????ແທນລັດທະກອນທຸກຄົນ??

  15. ເຫັນດີທີ່ຫຼາຍທ່ານມີຄຳເຫັນຜ່ານມາ, ສ່ວນໃຫຍ່ຢາກໃຫ້ເບີ່ງຂອດພະນັກງານໃຫ້ເຮັດວຽກໃຫ້ໄດ້ຄຸນນະພາບ,ຄຸມສິນຄ້າໃຫ້ໄດ້ ໂດຍສະເພາະແຕ່ລະຢ່າງໃຫ້ມີກາຕິດລາຄາ, ຕາຊິງຂາຍເຄື່ອງ ໃຫ້ກວດກາຢ່າງເຂັ້ມງວດ ຕົວຢ່າງຄື ຢູ່ຕະຫຼາດຂົວດິນ ຂ້າພະເຈົ້າຊື້ຫຼາຍເທື່ອແລ້ວ ກີໂລໜຶ່ງມີແຕ່ 7-8 ຂີດ,ເມື່ອຊີລົງກວດສອບຊໍ້າພັດແຈ້ງກ່ອນ ເຂົາກໍ່ປັບແລ້ວ ພະນັກງານຜູ້ໄປກວດກໍ່ບໍ່ພົບຈັກເທື່ອ

  16. ໃຫ້ເບີ່ງພະນັກງານອາສາສະຫມັກແດ່

  17. ສົກຮຽນ 2016-2017 ແມ່ນຫວ໋າ? ຢ່າສ້າງຂ່າວເພື່ອນຕົວະໃຫ້ພະນັກງານຄືເຮົານີ້ໄດ້ຄອຍ, ເພາະເບື່ອການລໍຄອຍນະເພິ່ນ ອອອອອອອອ

  18. ຈະຂື້ນຈັກ% ຄືບໍ່ແຈ້ງໃຫ້ລະອຽດ

  19. ຍາກໃຫ້ປັບສີນຄ້າທອງຕະຫລາດໃຫ້ຂາຍເອກະພາບແລ້ວຍັງມີພະນັກງານກໍ່ກິນເຂ້າລິງຢູ່

  20. เอาเปันว่า 760.000บ่ให้แม่นบ่

  21. ແນວໄດ໋ກະເຮັດເພື່ອປະເທດຊາດອົດເອົາເຮົາມີນອ້ຍກະກິນນອ້ຍຊິທຽບໃສ່ຜູ້ເພີ່ນມີບໍ່ໄດ້ດອກ..ກິນເບຍແກ້ວສິບພັນກະພໍລະ..

  22. ເຫັນດີແລ້ວ, ຕ້ອງປາບປາມພວກທີ່ສໍ້ລາດບັນຫຼວງ

  23. – ເມືອງທ່າແຂກ ແຂວງຄຳມ່ວນ ຢາກໃຫ້ເບິ່ງພະນັກງານທີ່ຈັດສັນເຂົ້າເຮັດວຽກບໍ່ຖືກຕາມວິຊາສະເພາະ, ບໍ່ມີຈັນຍາບັນ, ຫົວໜ້າຫ້ອງການສຶກສາເມືອງຫາວິທີຟອກເງິນພະນັກງານລັດຖະກອນທີ່ເຮັດສະຖານສຶກສາທຸກວິທີ ພະແນກສຶກສາກະຍັງເຫັນດີ.
    – ພວກຂຸດຄົ້ນບໍ່ແຮ່ຄຳ, ເງິນ ແລະ ແຮ່ທາດອື່ນໝບໍ່ຖືກຕ້ອງໂດຍບໍລິສັດຮ່ວມກັບເຈົ້າເມືອງຫຼັກກຊາວ, ມະຫາໄຊ, ບົວລະພາ

    • ຫລາຍເມືອງທ່ານເອີຍ ຖ້າກວດຕ້ອງກວດທຸກເມືອງ ທ່ານເອີຍ ທັງເຈົ້າເມືອງພ້ອມ

  24. ຢາກໃຫ້ງານເດີນຕ້ອງເງິນດີ ເງິນເດືອນເທົ່ານີ້ຕ້ອງເຮັດເຮັດວຽກຢູ່ເຮືອນເພີ່ມ ຊຶ່ງຕ້ອງຫລຸດເວລາຢູ່ຫ້ອງການເປັນຂອງທໍາມະດາ

  25. ນາຍກ ຄົນໃຫມ່ຂອງປວງຊົນລາວ ເປັນແນວໃດ. ສູ້ໆເດີ້ ທ່ານ ວຽກຫນັກງານເບົາ ຍ່າກົວວັ່ນໄຫວພວກຂ້ອຍຈະຊ່ວຍທັ້ງກາຍ ແລະ ໃຈ ໃຫ້ ທ່ານ ສະເຫມີ…

  26. ຂວບປີແລ້ວ ບໍ່ເຫັນໄດ້ ຂ່າວຂີ້ຕັວະ

  27. ເພີມແທ້ບໍລະ ຕວະໃຫ້ພະນັກງານດີໃຈຊື້ໆຕິ

  28. ປະຊາຊົນລາວ ແຖວນອກເມືອງນະເຂົາຈົນຫລາຍ ຄືບໍ່ອອກໄປເບິ່ງເຂົາແນ່ ເຮັດຫຍັງກະເຮັດໃຫ້ພວກດຽວກັນ ຄົນເຂົາຈົນ ຈນບໍ່ມີຮອດເຂົ້າສິກິນ ລັດຖະບານເຮັດຫຍັງກະເງິນ ຂະຫນາດຍ້າຍຮູບຊື່ໆກະເງິນ ກາລຸນາໄປສ່ອງເບິ່ງແນ່ປະຊາຊົນນ່ະ ກິນຢູ່ຈັ່ງໃດ໋

  29. ເຮັດບໍ່ໄດ້ດອກໂຮງຮຽນປິດສະສ້າງມາຮຽນຈົບມາວຽກເຮັດກະບໍ່ມີບ່ອນຮອງຮັບຮຽນຈົບມາໝົດຫລາຍລ້ານສຸດທ້າຍກະມາເປັນຂີ້ຂ່າໃຫ້ລັດເປັນອາສາມາ4-5ປີເງີນກິບ1ກະບໍ່ໄດ້ບໍ່ສູ່ເອກະຊົນມາເຮັດໄດ້ເງີນໂລດເວົ້ມາລະເບື່ອລັດຖະບານມັກເອົາປຽບຖ້າບໍ່ແມ່ນລູກເຈົ້າຫລານນາຍກໍ່ເຂົາເຮັດວຽກນຳລັດຍາກ

  30. ເພີ່ມໄດ້ກະດີ ແຕ່ສັງເກດ ພຽງແຕ່ໄດ້ຂ່າວວ່າເງີນເດືອນລັດຂື້ນເດີ ຢູ່ຕະຫລາດ ກະຮີບພາກັນຂື້ນໂລດ ອາຫານຈານດ່ວນຄືກັນແຕ່ກີ້ ຈານ 1 10 ພັນກະຂື້ນເປັນ 20 ພັນ (ແຖມອັນນິ ວັດຖຸດີບຈາກ ຕະຫລາດ ເຊັ່ນ ຊີ້ນງົວໂລ 1 90

  31. ກະພາກັນ ໃດ້ ເງີນເດີອນ ກັນເປັນ ປົກ ກະຕິ ຢູ່ ບໍພີ່ນອ້ງ?
    ມີລາຍຮັບ ມາຈາກໃສ ທີ່ ພໍຈະເພີ້ມ ໃຫ້ໃດ້?
    ຮັບເອົາ ໜີ້ສີນ ມາຕື່ມ ໃຫ້ ປະຊາຊົນ ວອດວາຍ ຫັ້ນ ດີແທ້ໆ!!
    ຢືມ ເງີນ ສາ້ງເຄືອນ ຂາຍ ໄຟຟ້າ..ດັນ ໂຕເອງ ຕິດໜີ້ໄຟ. ກີນຮອດ ໄຟພຸ້ນຫວາ ສູ? ຮາຮາຮາຮາ

  32. ຂໍຖາມ Admin ແດ່ວ່າຍັງມີຄຳສັ່ງຂອງທ່ານ ເຈົ້າແຂວງ ສະຫວັນນະເຂດບໍ່ກ່ຽວກັບການສັ່ງໃຫ້ຢຸດຕິການຕັ້ງດ່ານຕ່າງໆຂອງເຈົ້າໜ້າທີ່ຕຳຫລວດຕາມສາຍທາງຕ່າງໆພາຍໃນແຂວງ.
    ເພາະວ່າຕອນນີ້ເຫັນເຈົ້າໜ້າທີ່ຕຳຫລວດກັບມາຕັ້ງດ່ານກວດອີກແລ້ວຕາມສາຍທາງພາຍໃນຕົວເມືອງ.

Comments are closed.