ລະວັງຝົນຕົກຟ້າຮ້ອງລົມແຮງໃນໄລຍະວັນທີ 1-4 ເມສານີ້

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນວ່າ ໃນໄລຍະວັນທີ 1-4 ເມສາ 2020 ນີ້ ຈະເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບ, ຟ້າຜ່າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຍ້ອນຄວາມກົດດັນສູງຂອງອາກາດເຢັນຈະແຜ່ລົງມາປົກຄຸມ ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ມີກຳລັງປານກາງພັດປົກຄຸມ ໃຫ້ຫຼີກລ່ຍງບ່ອນເປີດເແປນ, ຕົ້ນໄມ້ໃຫຍ່ ແລະ ອາຄານທີ່ປຸກສ້າງບໍ່ທັນສຳເລັດ ພ້ອມຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

 

ຮຽບຮຽງຂ່າວ:​ ພຸດສະດີ