ຢ້ອນຮອຍຍຸດທະສາດລໍ້ເສືອອອກຈາກຖໍ້າລະຫວ່າງລາວ-ໄທ-ມຽນມາ-ມາເລເຊຍ-ສິງກະໂປ-ສປ ຈີນ

ຢ້ອນຮອຍຍຸດທະສາດລໍ້ເສືອອອກຈາກຖໍ້າລະຫວ່າງລາວ-ໄທ-ມຽນມາ-ມາເລເຊຍ-ສິງກະໂປ-ສປ ຈີນ ສາມາດຈັບພໍ່ຄ້າຢາເສບຕິດ 2 ລາຍຄື: ພໍ່ຄ້າຢາເສບຕິດຊາວລາວ ທ້າວ ໄຊຊະນະ ແລະ ຂຸນຊາ ລາຊາພໍ່ຄ້າຢາເສບຕິດ-ໂຈນສະຫລັດ ທ້າວ ໜໍ່ຄໍາ (ອ່ານໃຫ້ຈົບ)

5466
ຍຸດທະສາດລໍ້ເສືອອອກຈາກຖໍ້າຈະສົ່ງຜົນດີແນວໃດແນ່? ຕໍ່ການປະຕິບັດການ ລົງມືຈັບຂະບວນການຄ້າຂາຍຢາເສບຕິດຂ້າມຊາດ ແຕ່ຖ້າເຈົ້າໜ້າທີ່ກ່ຽວຂ້ອງລາວລົງມືຈັບເອງແມ່ນຈະເຮັດໃຫ້ໄດ້ພໍ່ເສືອແມ່ເສືອ ແລະ ລູກເສືອທັງໝົດຕົກໃນກໍາມືຫລືບໍ່? ຖ້າພຶດຕິກໍາການເຄື່ອນໄຫວຕະຫລອດໄລຍະ 5 ປີຜ່ານມາຂອງ ໄຊຊະນະ ແກ້ວພິມພາ ເປັນໄປໄດ້ ຫລື ບໍ່ທີ່ພໍ່ຄ້າຢາເສບຕິດລາຍນີ້ຈະເປັນຄົນໂງ່ ແລະ ສະຫລາດພໍທີ່ຈະມີຜູ້ສະໜັບສະໜູນຢູ່ເບື້ອງຫລັງໂດຍສະເພາະຄົນມີອໍານາດ ເຊິ່ງຈະສົ່ງຜົນເຮັດໃຫ້ບັນຫາບານປາຍ ແລະ ການປະຕິບັດການບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນຈະຜົນດີແນວໃດຕໍ່ການເຊື່ອມໂຍງຈັບທັງພໍ່ຄ້າເສບຕິດ ແລະ ຜູ້ບົງການຢູ່ເບື້ອງຫລັງ ສະນັ້ນ ການສະແດງຄວາມຄິດຄວາມເຫັນຈາກສື່ສັງຄົມອອນລາຍຈໍານວນຫລາຍໃຫ້ເຫດຜົນວ່າຕໍາຫລວດລາວບໍ່ເກັ່ງແມ່ນຄວາມຈິງ ຫລື ບໍ່? ເປັນຫຍັງເຈົ້າໜ້າທີ່ລາວບໍ່ລົງມືຈັບເຈົ້າພໍ່ຄ້າຢາເສບຕິດ ໄຊຊະນະ ແກ້ວພິມພາ ໃນ ສປປ ລາວ ?

ກ່ອນຈະລົງລາຍລະອຽດມາເບິ່ງຂອບການຮ່ວມມືລະຫວ່າງປະເທດໃນດ້ານປາບປາມຢາເສບຕິດຕາມຊາຍແດນ, ການຄ້າມະນຸດ, ການກໍ່ການຮ້າຍ, ການສົ່ງຜູ້ຮ້າຍຂ້າມແດນ, ອາຊະຍາກໍາຂ້າມຊາດກັບບັນດາ 10 ປະເທດສະມາຊິກອາຊຽນ, ສປ ຈີນ ລວມເຖິງການປະຕິບັດການ ຂອງຕໍາຫລວດສາກົນລະຫວ່າງປະເທດພົບວ່າໄດ້ມີການຕົກລົງໃນເອກະສານສໍາຄັນຫລາຍສະບັບ ແລະ ໄດ້ມີຄວາມພ້ອມຕອບໂຕ້ຢ່າງເປັນລະບົບຄົບຊຸດ.

5399

+ເບິ່ງຢ້ອນຄືນເຫດການໄລ່ລ່າ ແລະ ຈັບກຸມ ທ້າວ ໜໍ່ຄໍາ ລາຊາຢາເສບຕິດຂ້າມຊາດໂດຍຜົນງານເຈົ້າໜ້າທີ່ລາວລົງມືຈັບໄດ້ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ:

– ຫລັງເກີດເຫດກຸ່ມຕິດອາວຸດໂຈມຕີ ເຮືອສີນຄ້າຂອງຈີນ ກາງແມ່ນໍ້າຂອງ ອັນເຮັດໃຫ້ລູກເຮືອ ເສັຽຊີວິດ 1 ຄົນແລະບາດເຈັບ ອີກ 3 ຄົນ ຜ່ານມານັ້ນທາງການຈີນໄດ້ກໍາຊັບ ໃຫ້ທາງການລາວ ແລະມຽນມ່າອອກ ກວາດລ້າງກຸ່ມຕິດອາວຸດຂອງເຈົ້າພໍ່ ຢາເສບຕິດໜໍ່ຄໍາ ແຫ່ງເມືອງສາມຫລ່ຽມ ຄໍາທີ່ຄາດວ່າ ເປັນຜູ້ກໍ່ເຫດ ຕາມການລາຍງານຂອງຫນັງສືພິມມະຕິຊົນ online .

ໃນການກວາດລ້າງນັ້ນ ຊາບວ່າທາງຝ່າຍ ລາວສາມາດຈັບກຸມ ເຄືອຂ່າຍ ຂອງທ້າວໜໍ່ຄໍາ ໄດ້ 20 ກວ່າຄົນຂະນະທີ່ຝ່າຍມຽນມ່າ ຈັບກຸມໄດ້ 34 ຄົນ ນອກນັ້ນຝ່າຍ ມຽນມ່າຍັງສາມາດ ກວດຢຶດເຮໂຣອີນໄດ້ 350 ກວ່າກິໂລແລະ ເງິນສົດສະກຸນເງິນບາດ 217 ລ້ານບາດພາຍຫລັງ ບຸກກວດຄົ້ນເຮືອນຫລາຍຫລັງໃນເຂດ ບ້ານເມືອງໂຖ ບ້ານຫ້ອງລິດ ແລະບ້ານເມືອງພົງ ແຂວງທ່າຂີ້ເຫລັກ.

ຫົວໜ້າ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການຈັບຕົວທ້າວ ໜໍ່ຄຳ ອາຍຸ 44ປີ ສັນຊາດມຽນມາ ພ້ອມດ້ວຍພັກພວກຄົນລາວອີກ 2 ຄົນ ໃນຂໍ້ຫາ ລັກລອບຂົນສົ່ງຄ້າຂາຍຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ.

ທ່ານ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວຫນ້າກົມໃຫຍ່ຕໍາຫລວດ ໄດ້ກ່າວວ່າ: ການຈັບຕົວທ້າວ ໜໍ່ຄຳ ພ້ອມພັກພວກຄົນລາວ 2 ຄົນ ແມ່ນມີຂຶ້ນໃນເວລາ 18ໂມງຂອງວັນທີ 25 ເມສາ 2012ຢູ່ທີ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຂະນະທີ່ພວກກ່ຽວກຳລັງເຄື່ອນໄຫວ ຂີ່ເຮືອຂ້າມນໍ້າຂອງມາຝັ່ງລາວ ເພື່ອຕິດຕໍ່ພົວພັນກັບກຸ່ມແກ້ງຄ້າຂາຍຢາເສບຕິດດ້ວຍກັນ ການຈັບຕົວທ້າວ ໜໍ່ຄຳ ໃນຄັ້ງນີ້ ເປັນການມ້າງຄະດີລາຍໃຫຍ່ ແລະ ສຳຄັນ ຍ້ອນທ້າວ ໜໍ່ຄຳ ເປັນບຸກຄົນສຳຄັນ ເປັນຫົວໜ້າກຸ່ມແກ້ງເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕາມຊາຍແດນ ລາວ-ຈີນ-ໄທ-ມຽນມາ ທ້າວ ໜໍ່ຄຳ ຍັງເປັນຜູ້ບັນຊາຕິດຕາມໃຫ້ຄວາມສະດວກ ໃນການເຄື່ອນໄຫວຂົນສົ່ງຂອງກຸ່ມຜະລິດຄ້າຂາຍຢາເສບຕິດລາຍໃຫຍ່ ທີ່ມີການເຄື່ອນໄຫວໃນເຂດສາມຫຼ່ຽມຄຳ ຜູ້ກ່ຽວຍັງມີສ່ວນພົວພັນກັບການລັດຍິງເຮືອຂົນສົ່ງສິນຄ້າຂອງ ສປ.ຈີນ ໃນຄັ້ງວັນທີ 5ຕຸລາ 2011 ເຊິ່ງເຮັດໃຫ້ມີຄົນຈີນເສຍຊີວິດ 13 ຄົນ.
ການຈັບຕົວທ້າວ ໜໍ່ຄຳ ໃນຄັ້ງນີ້ ຖືວ່າເປັນຜົນສຳເລັດຂອງການຮ່ວມມື ໃນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ລະຫວ່າງຕຳຫຼວດລາວ,ທະຫານລາວ ກັບຕຳຫຼວດຈີນ ຕຳຫຼວດມຽນມາ ສິ່ງສຳຄັນຕົ້ນຕໍກໍຍັງແມ່ນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຕຳຫຼວດ ສປປ ລາວ ຢ່າງມີໄຫວພິບຄ່ອງແຄ້ວ ສາມາດຈັບຕົວທ້າວ ໜໍ່ຄຳ ໄດ້ຕາມເປົ້າໝາຍ ແລະ ຖືກຕ້ອງຕາມແນວທາງຂອງພັກ ກົດໝາຍຂອງລັດ ແຫ່ງ ສປປ ລາວ ເພື່ອປາບປາມແກ້ໄຂບັນຫາຢາເສບຕິດຢູ່ລາວໃຫ້ໝົດໄປ.

8360

ການມອບສົ່ງຕົວທ້າວ ໜໍ່ຄຳ ໃຫ້ຕຳຫຼວດ ສປ.ຈີນ ສືບຕໍ່ດຳເນີນຄະດີ ຍ້ອນເຫດຜົນຄື: ຜ່ານມາກະຊວງສັນຕິບານ ສປ.ຈີນ ໄດ້ມີແຜນການຮ່ວມມືກັນກັບຕຳຫຼວດ ສປປ ລາວ ໄດ້ 5 ເດືອນປາຍ ໃນການໄລ່ຊອກຈັບຕົວທ້າວ ໜໍ່ຄຳ; ທ້າວ ໜໍ່ຄຳ ແມ່ນເປັນເປົ້າໝາຍສຳຄັນໃນກຸ່ມຜະລິດຂົນສົ່ງ ຊື້ຂາຍຢາເສບຕິດລາຍໃຫຍ່ ທີ່ມີການເຄື່ອນໄຫວຢູ່ແມ່ນໍ້າຂອງສອງຝັ່ງ ມຽນມາ, ລາວ, ຈີນ, ໄທ ໂດຍມີການພົວພັນກັບເຄືອຂ່າຍທີ່ເປັນເປົ້າໝາຍຄົນຈີນ; ຕຳຫຼວດຈີນ ໄດ້ມີຂໍ້ມູນຫຼັກຖານກ່ຽວກັບທ້າວ ໜໍ່ຄຳ ໃນການເຂົ້າຮ່ວມປຸ້ນຍິງເຮືອຂອງຈີນ ໃນຄັ້ງວັນທີ 5 ຕຸລາ 2011 ເຮັດໃຫ້ຄົນຈີນ 13 ຄົນເສຍຊີວິດ ປັດຈຸບັນຕຳຫຼວດຈີນສາມາດຈັບຕົວຜູ້ຕ້ອງສົງໄສໃນກຸ່ມດັ່ງກ່າວ ໄດ້ຈຳນວນ 2 ຄົນ ແລະ ພວກກ່ຽວກໍໄດ້ລາຍງານຊັກທອດເຖິງທ້າວ ໜໍ່ຄຳ ເຊິ່ງເປັນຕົວສຳຄັນໃນການຍິງເຮືອໃນຄັ້ງນັ້ນ; ສປ.ຈີນ ໄດ້ມີໜັງສືທາງລັດຖະການ ຮ້ອງຂໍຕໍ່ທາງການລາວ ເພື່ອຂໍຕົວທ້າວ ໜໍ່ຄຳ ໄປດຳເນີນຄະດີ ພ້ອມກັບພັກພວກຢູ່ ສປ.ຈີນ ໃນເຫດການປຸ້ນເຮືອຂອງຈີນ ໃນຄັ້ງວັນທີ 5 ຕຸລາ 2011 ສະນັ້ນ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບຕົວ ທ້າວ ໜໍ່ຄຳ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນ ເພື່ອໄປດຳເນີນຄະດີຜູ້ກ່ຽວຢູ່ ສປ.ຈີນ.

ທ້າວ ໜໍ່ຄໍາ ອາຍຸ 48 ປີເປັນອະດີດ ນາຍທະຫານໃນ ກອງທັບເມືອງໄຕ MTA ຂອງຂຸນຊາ ລຸນຫລັງຂຸນຊາ ວາງອາວຸດໃນປີ 1996 ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ປຸ້ນເຮືອຂົນສົ່ງສິນຄ້າຕາມລໍາແມ່ນໍ້າຂອງລະຫວ່າງ ລາວ, ໄທ, ມຽນມາ ແລະ ຈີນ ປັດຈຸບັນ ທ້າວ ໜໍ່ຄໍາໄດ້ຮັບການປະຫານຊີວິດແລ້ວ ພາຍຫລັງສົ່ງໃຫ້ລັດຖະບານຈີນ.
8600+ມາເບິ່ງເຫດການຈັບຂະບວນການຄ້າຢາເສບຕິດຂອງ ໄຊຊະນະ ແກ້ວພິມພາ ຫຼື ທ້າວ ລົບ ໃນວັນທີ 19/1/2017 ທີ່ສະໜາມບິນ ສຸວັນນະພູມ ເວລາປະມານ 17:30 ນາທີ.
-ຕໍາຫລວດສາກົນລວມທັງລາວ, ໄທ, ມາເລເຊຍ ແລະ ສິງກະໂປໄດ້ມີການປະສານງານກັນມາຫລາຍປີແລ້ວໂດຍເປີດເຜີຍວ່າຕໍາຫລວດ 4 ປະເທດໄດ້ມີການຕິດຕາມ ແລະ ປະສານງານກັນມາຕັ້ງແຕ່ດົນແລ້ວສ່ວນພຶດຕິກໍາໃນ ສປປ ລາວມີການຫລິ້ນກິນຟູມເຟືອຍ, ໃຊ້ພາຫະນະລົດຫລູຫລາລາຄາແພງ, ມັກເດີນທາງອອກໄປຫລິ້ນປະເທດໄທຕະຫລອດ ຄັ້ງໜຶ່ງເຄີຍພົບຫລັກຖານ ໄຊຊະນະ ແກ້ວພິມພາເຂົ້າສະຫລອງປາຕີ ຫລື ງານລ້ຽງຢາເສບຕິດໃນແຂວງໂຄລາດຂອງໄທ ແຕ່ເຈົ້າໜ້າຕໍາຫລວດໄທຍັງບໍ່ມີຫລັກຖານ ຊັດເຈນທີ່ຂໍ້ຜູກມັດ ແຕ່ຕໍາຫລວດສາກົນຈາກປະເທດມາເລເຊຍ ແລະ ສິງກະໂປສົ່ງຂ່າວມາວ່າ ໄຊຊະນະ ແກ້ວພິມພາ ແມ່ນຕົວການຜູ້ບົງການເຊື່ອມຫົວໜ້າພໍ່ຄ້າເສບຕິດລາຍໃຫຍ່ທີ່ມີການຂົນຢາເສບຕິດແບບກອງທັບມົດຈາກ ສປປ ລາວຜ່ານພາກອີສານຂອງໄທອອກໄປໃສ່ປະເທດມາເລເຊຍ ແລະ ເຂົ້າສິງກະໂປ. ຕໍ່ມາເຈົ້າໜ້າທີ່ຕໍາຫລວດລະຫວ່າງປະເທດໄດ້ເພີ່ມຄວາມເຂັ້ມຂຸ້ນດ້ວຍການສົ່ງກໍາລັງຕໍາຫລວດນອກເຄື່ອງແບບ, ດັກຟັງໂທລະສັບ, ຕິດຕາມການເຄື່ອນໄຫວ, ການເຄື່ອນໄຫວໂອນເງິນ, ເບິ່ງພຶດຕິກໍາການໃຊ້ຈ່າຍ, ການຈັບກຸ່ມຂອງໝູ່ເຫລົ່າໄຮໂຊ ແລະ ອື່ນໆ ຈົນໄດ້ຂໍ້ມູນລະອຽດ ແລະ ມີການວາງແຜນສວຍໂອກາດຈັບຢູ່ປະເທດໂດຍບໍ່ຈໍາເປັນຕ້ອງຈັບໃນ ສປປ ລາວເພາະເຫດຜົນທີ່ວ່າ ຖ້າຈັບຢູ່ ສປປ ລາວອາດຈະບໍ່ໄດ້ພໍ່ເສືອແມ່ເສືອ, ລູກເສືອ ແລະ ພັກພວກທັງໝົດ ຍິ່ງໄປກວ່ານັ້ນກໍອາດເກີດເຫດບັນຫາບານປາຍເພາະ ທ້າວ ໄຊຊະນະ ເປັນພໍ່ຄ້າຢາເສບຕິດລາຍໃຫຍ່ທີ່ມີຄົນຢູ່ເບື້ອງຫລັງໃນການສະໜັບສະໜູນ. ແນວໃດກໍດີ ການຈັບກຸມຄັ້ງນີ້ແມ່ນອີກຜົນງານໜຶ່ງຂອງເຈົ້າໜ້າທີ່ຕໍາຫລວດລາວ-ໄທໄດ້ຮ່ວມມືກັນຢ່າງໃກ້ຊິດໃນການຈັບ ທ້າວ ໄຊຊະນະ ແກ້ວພິມພາພາຍໃຕ້ອຸບາຍບໍ່ແຫວກຫຍ້າໃຫ້ງູຕື່ນ.
– ເຈົ້າໜ້າທີ່ໄທ ຍັງໃຫ້ຂໍ້ມູນ ເພີ່ມໃນປະຕິບັດການຄັ້ງນີ້ ໂດຍໃສ່ຊື່ປະຕິບັດການນີ້ວ່າ ປະຕິບັດການ ໄຊຍະສະຍົບໄພຣີ 60/1. ການປະຕິບັດການແມ່ນໄດ້ວາງກຳລັງ ແລະ ປະຕິບັດພ້ອມກັນ 36 ຈຸດ ເພື່ອສະກັດ ແລະ ຈັບກຸມ ຂະບວນການ ຄ້າຢາເສບຕິດຂອງ ທ້າວ ໄຊຊະນະ. ເຊິ່ງທາງເຈົ້າໜ້າທີ່ໄທ ບອກວ່າ ໄດ້ພະຍາຍາມຕິດຕາມ ແລະ ວາງແຜນ ມາເກືອບ 2 ປີແລ້ວ ຈົນເຖິງວັນທີ 19/1/2017 ຈັບ ທ້າວ ໄຊຊະນະ ແກ້ວພິມພາ ແມ່ນຄົນ ບ້ານດອນລັບ, ເມືອງຫີນບູນ, ແຂວງຄຳມ່ວນ ເຊິ່ງຜູ້ກ່ຽວໄດ້ແຕ່ງງານແລ້ວມີເມຍເຄົ້າ 1 ຄົນ ພາຍຫລັງເຮັດທຸລະກິດລ້ຳລວຍ ແລະ ໄດ້ມີເມຍອີກ 1 ຄົນ ທີ່ນະຄອນຫລວງວຽງຈັນ ແນວໃດກໍດີ ທ້າວ ໄຊຊະນະບໍ່ໄດ້ປະຮ້າງເມຍເຄົ້າ ເຊິ່ງຄົນສ່ວນໃຫຍ່ທັງໃນ ສປປ ລາວ ແລະ ໃນປະເທດໄທຮູ້ດີໃນນາມເຮຍ ລົບ, ກິດຈະກໍາປະຈໍາວັນຂອງເຮຍລົບມັກໄປທ່ຽວຫລິ້ນເທັກຫລິ້ນບາກາງຄືນ, ມັກກີລາຕີໄກ່ ແລະ ພະນັນບານເຕະ.

-ວັນທີ 20 ມັງກອນ 2017, ເຈົ້າໜ້າທີ່ໄທ ໄດ້ຖະແຫລງການລະບຸວ່າການຈັບກຸມໃນວັນທີ 19/1/2017 ທີ່ສະໜາມບິນສຸວັນນະພູມ ແມ່ນມີ 4 ຄົນ ປະກອບມີ ທ້າວ ໄຊຊະນະ, ທ້າວ ຊຸມພອນ ພະນົມໄພ ອາຍຸ 42 ປີ ທີ່ເປັນຄົນສະໜິດຂອງ ທ້າວໄຊຊະນະ, ທ້າວປຸ່ນ ຊະຣິນ ອາຍຸ 53 ປີ ແລະ ນາງ ອ້ອຍທິບ ປັນຍາຮັກ ອາຍຸ 28 ປີ. ການຈັບກຸ່ມຄັ້ງນີ້ ແມ່ນຜົນຕໍ່ເນື່ອງຈາກການປາບປາມ ແລະ ຈັບກຸມ ຄະດີຢາເສບຕິດໃນປີ 2016 ຜ່ານມາ ທີ່ຈັບຂະບວນນີ້ໄດ້ເຖິງ 4 ຄະດີ ລວມຢາບ້າ 5 ລ້ານກວ່າເມັດ ແລະ ສາມາດສືບເອົາລາຍຊື່ໄດ້ 9 ຄົນ. ສາມາດຈັບໄດ້ແລ້ວ 4 ຄົນ, ສ່ວນ 5 ຄົນທີ່ເຫຼືອ ຄົງຈະສາມາດຕາມຕົວຈັບໄດ້ໄວໆນີ້ ປັດຈຸບັນນີ້ ເຈົ້າໜ້າທີ່ໄທສາມາດອາຍັດຊັບສິນ ຂອງ ທ້າວ ໄຊຊະນະ ພ້ອມ ຜູ່ຮ່ວມຂະບວນການ ໄດ້ຊັບສິນລວມມູນຄ່າປະມານ 100 ລ້ານບາດ ໃນນັ້ນ ຊັບສິນທີ່ອາຍັດໄດ້ປະກອບມີ 36 ຈຸດ ຢູ່ປະເທດໄທ ປະກອບມີ ແຂວງຊຽງໃໝ່, ອຸດອນທານີ, ສະກົນນະຄອນ, ຂອນແກ່ນ, ນົນທະບູລີ ແລະ ປະທຸມທານີ ລວມທັງໝົດ 74 ລາຍການ ປະກອບມີ ເຮືອນ 2 ຫລັງ, ໃບຕາດິນ 14 ໃບ, ລົດລາຄາແພງ 14 ຄັນ, ລົດຈັກ 11 ຄັນ, ລົດໃຊ້ກະສິກຳ 2 ຄັນ, ບັນຊີເງິນຝາກທະນາຄານ 29 ຫົວ ແລະ ມີຄຳພ້ອມເງິນສົດທັງເງິນໄທ ແລະ ເງິນອື່ນໆ 1.5 ລ້ານບາດ ແລະ ຈະສືບຕໍ່ຂະຫຍາຍຜົນສືບຕໍ່ຍຶດຊັບອີກ ແລະ ຄາດວ່າຊັບສິນທັງໝົດຈະຕົກຢູ່ປະມານ 1.000 ລ້ານບາດ. ປັດຈຸບັນນີ້ ເຈົ້າໜ້າທີ່ຕໍາຫລວດໄທຍັງເພີ່ມລາງວັນນໍາຈັບ 4 ລ້ານບາດເພື່ອໄລ່ລ່າກຸ່ມຂະບວນການຂອງໄຊຊະນະທີ່ຍັງຫລົບໜີ, ຄາດວ່າຈະໄດ້ຕົວໃນໄວໆນີ້ເພາະໄດ້ຮ່ວມມືກັບຝ່າຍລາວ.

ຕະຫລອດຊຸມປີຜ່ານມາ, ພັກ-ລັດຖະບານລາວໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມສູງຕໍ່ການກໍາຈັດປັດເປົາ ແລະ ປາບປາມກຸ່ມຄົນບໍ່ດີໂດຍສະເພາະກຸ່ມ ແລະ ຂະບວນການຄ້າຢາເສບຕິດ ເຊິ່ງໄດ້ຂ້າ, ທໍາລາຍ ແລະ ສ້າງຄວາມບໍ່ສະຫງົບຕໍ່ໄວໜຸ່ມຍິງຊາຍ, ເດັກນ້ອຍ, ພໍ່ເຖ້າ ແລະ ອື່ນໆ. ຢາເສບຕິດນີ້ພວມກາຍເປັນບັນຫາຄຸກຄາມ ແລະ ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດຢ່າງຫລວງຫລາຍ.

ແຫລ່ງຂ່າວໂດຍ: ນໍ້າອ້ອຍຂົມ (ສຳນັກຂ່າວສານປະເທດລາວ)
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

7 COMMENTS

  1. ตอนนี้เขาอยู่ที่ไหนครับ ? จะดำเนินคดีอย่างไร เพราะเขามีคดีหลายประเทศ

  2. ລາຍລະອຽດມີຄວາມຂຶ້ນໜ້າແນວໃດກະລູນາແຈ້ງຂ່າວໃຫ້ຊາບ ລະອຽດກວ່າເດີ່ມເດີ ແລ້ວທ້າວໜໍ່ຄຳປະຫານຊິວິດແລ້ວເອົາຂໍ້ມູນມາໃຫ້ເບີ່ງແດ່ ຫຼ້ກຖານພອ້ມ ຢາກຮູ້

  3. ສ່ວນຜູ່ຢູ່ເບື້ອງຫັລງໃນປະເທດລາດແມ່ນໃຜ? ຈັບໃຫ້ໄດ້ເນີ!

  4. ຢາກໃຫ້ລາວຂາວແຈ້ງດັ່ງເດືອນດາວຕ້ອງປະຊຊມີສ່ວນຮ່ວມເດີຊິບອກໃຫ້,ເພາະຄວາມຈິງທີ່ເຂົາເຄີຍພໍ້ໃນສັງຄົມ

  5. ບໍ່ຈໍາເປັນຕ້ອງຈັບໃນ ສປປ ລາວເພາະເຫດຜົນທີ່ວ່າ ຖ້າຈັບຢູ່ ສປປ ລາວອາດຈະບໍ່ໄດ້ພໍ່ເສືອແມ່ເສືອ, ລູກເສືອ ແລະ ພັກພວກທັງໝົດ ຍິ່ງໄປກວ່ານັ້ນກໍອາດເກີດເຫດບັນຫາບານປາຍເພາະ ທ້າວ ໄຊຊະນະ ເປັນພໍ່ຄ້າຢາເສບຕິດລາຍໃຫຍ່ທີ່ມີຄົນຢູ່ເບື້ອງຫລັງໃນການສະໜັບສະໜູນ. (ພໍ່ເສືອ,ແມ່ເສືອ,ລູກເສືອແລະພັກພວກ.ຄົນຢູ່ເບື້ອງຫລັງໃນການສະນັບສະຫນຸນຕ້ອງຈັບໃຫ້ຫມົດຢ່າໃຫ້ມັນຢູ່ເໜືອກົດຫມາຍ)

  6. ຂໍໃຫ້ເຈົ້າໜ້າທີຕຳຫຼວດຈົ່ງຮ່ວມແຮງຮ່ວມຈິດພ້ອມທັງຈັບເອົາບັນດາພວກຄົນທີ່ບໍ່ດີຢູ່ໃນປະເທດຂອງພວກເຮົາອອກໄປໃຫ້ມັນໝົດ,ຖ້າຍັງປ່ອຍຢູ່ຈະເຮັດໃຫ້ສັງຄົມເກິດມີຄວາມສັບສົນກະວົນກະວາຍ ແລະ ເຮັດໃຫ້ປະເທດຊາດບ້ານເມືອງຂອງພວກເຮົາບໍ່ມີຄວາມຍຸດຕິທຳ….

  7. ຂໍໄຫຈັບຈຳພວກກຸ່ມທີບໍ່ດີທີກໍຄວາມວຸນວາຍຕໍສັງຄົມແລະກໍຄວາມວຸນວາຍຕໍປະເທດຊາດບ້ານເມືອງໄຫ້ໃດ້ເດີບໍ່ວ່າຈະຍູ່ປະເທດໃດ້ຢູ່ໃສກະຂໍ່ໄຫ້ຈັບເຂົາໃດ້ ເພາະຂານ້ອຍເອງກໍເບຶອກັບກຸ່ມຄນທີບໍ່ດີກໍຄວາມວຸນວາຍແລະຝືນຝູຕໍລະບຽບກົດໝາຍທີພັກລັດວາງອອກທີສຸດ ເເຕ່ຂານ້ອຍກະຊວຍຍັງບໍໃດ້ນອກຈາກໄຫ້ກຳລັງໃຈແລະເປັນຄົນດີໃນສັງບໍກໍຄວາມວຸນວາຍຕໍສັງຄົມເຂົາລົບນັບຖືຕໍລະບຽບກົດໝາຍ(ຂໍຂອບໃຈ)

Comments are closed.