ປກສ ແຂວງ ສະຫວັນນະເຂດນຳຕົວກຸ່ມຄົນຂາຍເລກເຖື່ອນມາສືກສາອົບຮົມກ່ອນປັບໄໝຕາມລະບຽບ

ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ນຳກຸ່ມຄົນຈໍານວນໜຶ່ງຢູ່ແຂວງທີ່ພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າ “ເລກເຖື່ອນ” ໄປສຶກສາອົບຮົບ.

ໃນວັນທີ 26 ພືດສະພາ 2020 ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫລິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫລິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫລິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫລືເປັນເຈົ້າມື ຫລື ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫລາບຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 2 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 15.000.000 ກີບ.

ທ່ານ ພັທ ບຸນຖະໜອມ ໄຊປັນຍາ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທາງເຈົ້າໜ້າທີ່ ຫ້ອງຕໍາຫຼວດ ພະແນກເສດຖະກິດ ໄດ້ສົມທົບກັບເຈົ້າໜ້າທີ່ສືບຂ່າວກອງບັນຊາການ ປກສ ນະຄອນໄກສອນ, ກຸ່ມບ້ານ ລົງກວດກາຂື້ນບັນຊີເປົ້າໝາຍຂາຍຫວຍ-ເລກເຖື່ອນ ຢູ່ພາຍໃນເທສະບານ ນະຄອນໄກສອນພົມວິຫານ ສາມາດຮູ້ໄດ້ຜູ້ກະທໍາຜິດ ແລະ ໄດ້ຮຽກເຊີນພວກກ່ຽວມາສືກສາອົບຮົມກ່ອນຈະປັບໄໝຕາມລະບຽບກົດໝາຍ.

 

ຮຽບຮຽງຂ່າວ: ພຸດສະດີ