ຈັບຕົວໄດ້ແລ້ວ ຜູ້ຂັບຂີ່ລົດກະບະຮຸນໄດ ຕຳລົດຈັກ ແລ້ວຫຼົບໜີ

0
739

ໃນວັນທີ 29 ພຶດສະພາ 2023 ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບແຈ້ງວ່າມີ ອຸບັດຕິເຫດ ລົດກະບະຮຸນໄດ ຕຳລົດຈັກ ແລ້ວຫຼົບໜີຈາກສະຖານທີ່ເກີດເຫດ, ພາຍຫຼັງເກີດເຫດໄດ້ມີປ້າຍທະບຽນ ກນ 5286 ກຳແພງນະຄອນ ເຊິ່ງກໍແມ່ນປ້າຍທະບຽນຂອງລົດກະບະຮຸນໄດຄັນໄດ້ຕົກຢູ່ຈຸດເກີດເຫດ ຂອບເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ.

ພາຍຫຼັງທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເມືອງປາກຊ່ອງ ຮູ້ຂໍ້ມູນເບື້ອງຕົ້ນກໍ່ໄດ້ຮີບຮ້ອນອອກຕິດຕາມເປົ້າໝາຍ.

ພໍມາຮອດວັນທີ 1 ມິຖຸນາ 2023 ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງປາກຊ່ອງ ໄດ້ສົມທົບກັບ ປກສ ເມືອງ ສະໜາມໄຊ ແຂວງອັດຕະປື ກໍໄດ້ກັກຕົວຜູ້ກະທຳຜິດຊື່ ທ້າວ ຫຳ ພົມມະຈັນ, ອາຍຸ 29 ປີ, ສັນຊາດລາວ, ອາຊີບປະຊາວສວນ, ບ້ານໂຄກກ່ອງ, ເມືອງສະໜາມໄຊ, ແຂວງອັດຕະປື ໃນຂໍ້ຫາເກີດອຸບັດຕິເຫດແລ້ວ ເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດ ໃນຄັ້ງວັນທີ 29 ພຶດສະພາ 2023 ຢູ່ຂອບເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ.

ແຫຼ່ງຂ່າວ ວາລະສານ ຄວາມສະຫງົບ