ຄວາມສູງບໍ່ແມ່ນບັນຫາ! ເປີດຄວາມຫວານທ່າມກາງຄວາມແຕກຕ່າງ

ວັນທີ 2 ພະຈິກ 2017 ທີ່ຜ່ານມາ ສື່ຕ່າງປະເທດລາຍງານຂ່າວກໍລະນີເລື່ອງລາວຂອງຊາຍໜຸ່ມຈາກເມືອງ ຊານຕາເຟ່ ລັດ ນິວເມັກຊິໂກ ສະຫະລັດອາເມລິກາ ໄວອາຍຸ 34 ປີ ທີ່ມີອາການຜິດປົກກະຕິທີ່ກະດູກເຂົ່າ ຂຶ້ນມາຫາສະໂພກເຮັດໃຫ້ເຂົາມີບັນຫາເລື່ອງການຍ່າງ ແລະ ເຮັດໃຫ້ເຂົາເຕ້ຍກວ່າຄົນປົກກະຕິ

ໂດຍສື່ຕ່າງປະເທດລາຍງານວ່າ ທ່າວ ເນທານ ຮາລິກກາ ໄດ້ພບຮັກກັບສາວຄົນໜຶ່ງທີ່ມີຊື່ວ່າ ນາງ ເຊລຊຮ ສະຈອດໄວອາຍຸ 19ປີ ໂດຍທັງສອງໄດ້ພົບຮັກກັນທາເຟສບຸ໊ກ ກ່ອນລົງເອີຍດ້ວຍການໃຊ້ຊີວິດຮ່ວມກັນ

ໂດຍຫຼາຍຄົນກໍ່ກັວົນກ່ຽວກັບຊີວິດຮັກຂອງທັງຄູ່ຈະເກີດບັນຫາ ເນື່ອງຈາກຄວາມແຕກຕ່າງທາງດ້ານຄວາມສູງຂອງທັງຄູ່ ທ້າວ ເນທານ ມີຄວາມສູງພຽງ 137 ຊມ ເທົ່ານັ້ນ ໂດຍທາງນາງ ເຊລຊີ ໄດ້ເປີດໃຈຕໍ່ສື່ມວນຊົນເປັນຄັ້ງທຳອິດວ່າ ການຄົບກັບທ້າວ ເນທານນັ້ນກໍ່ເຮັດໃຫ້ນາງເກີດຄວາມກັງວົນຄືກັນວ່າຈະມີບັນຫາໃນການໃຊ້ຊີວິດຮ່ວມກັນ ຫຼັງຈາກທີ່ໄດ້ລອງຮຽນຮູ້ໃນການໃຊ້ຊີວິດຢູ່ນຳກັນກໍ່ພົບວ່າບໍ່ມີບັນຫາແຕ່ຢ່າງໃດ ພ້ອມກັບບອກກັບຜູ້ສື່ຂ່າວຢ່າງພາກພູມໃຈວ່າ ແຟນໜຸ່ມຂອງຄົວເອງນັ້ນເຮັດຫຍັງໄດ້ຫຼາຍຢ່າງກວ່າທີ່ຕົນເອງຄາດຫວັງໄວ້ໃນຕອນທຳອິດ ນາງເຂົ້າໃຈໃນຄວາມເຈັບປວດຂອງແັນໜຸ່ມ ແຕ່ຄວາມຮັກເຮັດໃຫ້ຄວາມຄິດຂອງນາງປ່ຽນແປງໄປໃນທາງທີ່ດີຂຶ້ນ

ຂະນະທີ່ຝ່າຍຊາຍ ກໍ່ເປີດໃຈກັບຜູ້ສື່ຂ່າວວ່າ ແັນສາວຂອງຕົວເອງໄດ້ເຕີມເຕັມໃນຊີວິດທີ່ຂາດຫາຍໄປຫຼາຍຢ່າງ ດູແລຕົວເອງເປັນຢ່າງດີ ໂດຍສະເພາະເວລາທີ່ຕົນເອງເຈັບປ່ວຍ ນາງກໍ່ສາມາດເຮັດໃຫ້ຕົວເອງນັ້ນຮູ້ສຶກອົບອຸ່ນ ແລະ ດີຂຶ້ນຕາມລຳດັບ