ເດືອນແຫ່ງການຂັບຂີ່ປອດໄພ ຈາກລາວໂພສ

ເນື່ອງຈາກສະຖິຕິການເກີດອຸບັດຕິເຫດທີ່ເກີດຂຶ້ນຈາກການໃຊ້ຍານພາຫະນະຕາມທ້ອງຖະໜົນນັບມື້ນັບເພີ່ມຂຶ້ນ ສາເຫດສ່ວນໜຶ່ງຂອງອຸບັດຕິເຫດເກີດມາຈາກການການຂັບຂີ່ຢ່າງປະໝາດ, ດື່ມສິ່ງມຶນເມົາ, ໃຊ້ໂທລະສັບໃນເວລາຂັບລົດ ແລະ ອື່ນໆ.

ຄວາມປອດໄພຕາມທ້ອງຖະໜົນຄືໜ້າທີ່ຂອງທຸກຄົນທີ່ຕ້ອງເປັນເຈົ້າການຮ່ວມກັນ ຂັບຂີ່ຢ່າງມີສະຕິ, ມີນໍ້າໃຈຕໍ່ຜູ້ໃຊ້ຖະໜົນຮ່ວມທາງ ແລະ ເຄົາລົບກົດຈາລະຈອນຢ່າງເຄັ່ງຄັດ.

ແຄມເປນ “ເດືອນແຫ່ງການຂັບຂີ່ປອດໄພ” ລະດູການນີ້ຂໍຈົບລົງ ຂອບໃຈກັບທຸກທ່ານທີ່ຕິດຕາມ ພົບກັນໃໝ່ໃນໂອກາດໜ້າ