Homeຂ່າວພາຍ​ໃນຫົວໜ້າຈະລາຈອນ ນວ. ແຈ້ງ! ເມົາແລ້ວຂັບປັບໃໝ 20 ເທົ່າຍັງປະຕິບັດບໍ່ໄດ້

ຫົວໜ້າຈະລາຈອນ ນວ. ແຈ້ງ! ເມົາແລ້ວຂັບປັບໃໝ 20 ເທົ່າຍັງປະຕິບັດບໍ່ໄດ້

Published on

ອີງຕາມຂໍ້ຕົກລົງ ສະບັບເລກທີ 1323/ຈນວ ລົງວັນທີ 21 ທັນວາ 2018 ມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນ ທົ່ວນະຄອນຫຼວງວຽງຈັນ ທີ່ໄດ້ເຜີຍອອກສື່ສັງຄົມອອນລາຍ ໃນມາດຕາ 13 ລະບຸໄວ້ວ່າ ກໍລະນີຜູ້ຂັບຂີ່ພາຫະນະດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາເປັນຕົ້ນເຫດພາໃຫ້ເກີດອຸບັດຕິເຫດ ແມ່ນໃຫ້ນຳໃຊ້ມາດຕະການສູງສຸດ ຄັ້ງທີ 4 ນັ້ນຄືການຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ຢຶດໃບຂັບຂີ່ເລີຍ ຮອດ 1 ປີ ຈຶ່ງອະນຸຍາດໃຫ້ເສັງໃບຂັບຂີ່ຄືນໃໝ່ ແລະ ປັບໃໝ 20 ເທົ່າ.

ຕໍ່ກັບປະເດັນດັ່ງກ່າວສັງຄົມໄດ້ມີການສະແດງຄວາມຄິດເຫັນຈຳນວນຫຼາຍ ບາງກຸ່ມຄົນກ່າວວ່າມາດຕະການນີ້ເປັນມາດຕະການທີ່ເຂັ້ມງວດເກີນໄປໃນຍຸກທີ່ເສດຖະກິດບໍ່ເອື້ອອຳນວຍປະຊາຊົນຫາເຊົ້າກິນຄໍ່າ ຫຼາຍຄົນແນະນຳວ່າກ່ອນຄວນຈະນຳໃຊ້ຄວນເຮັດແບບທົດລອງກ່ອນ, ໂຄສະນາໃຫ້ຄົນເຊື່ອມຊຶມເຂົ້າໃຈຄັກແນ່ໃນທົ່ວສັງຄົມ ແລະ ບາງຈຳນວນແມ່ນເຫັນດີຕໍ່ມາດຕະການນີ້ ເນື່ອງຈາກຈະເປັນການເອື້ອຍອຳນວຍໃຫ້ຄວາມສະດວກແກ່ປະຊາຊົນ ມີສະຕິລະວັງຕົວ ແລະ ຮັກສຸຂະພາບຫຼາຍຂື້ນ.

ຕໍ່ກັບການປັບໄໝ 20 ເທົ່າ ສຳລັບຜູ້ທີ່ເມົາແລ້ວຂັບລົດ ທ່ານ ພັທ ເພັງສະຫວັນ ທຳມະບູນ ຫົວໜ້າຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບເລື່ອງນີ້ກັບທາງໜັງສືພິມລາວພັດທະນາວ່າ ດຳລັດປັບໃໝ 20 ເທົ່າ ຂອງສະພານະຄອນຫຼວງມັນເປັນບ່ອນອີງຂອງສານໄອຍາການ ເປັນຜູ້ປັບໃໝຖ້າວ່າພວກເຮົາດຳເນີນສົ່ງເລື່ອງໄປຫາສານຕັດສິນຈະຖືກປັບໃໝເທົ່ານີ້ ແຕ່່ເຈົ້າໜ້າທີ່ (ຈະລາຈອນ) ບໍ່ໄດ້ປັບໃໝ ເຊິ່ງການປັບໃໝໃນປັນຈຸບັນຍັງອີງໃສ່ການປັບໃໝ ດຳລັດ 188/ນຍ ຢູ່, ຢ້ານສັງຄົມອອນລາຍເຂົ້າໃຈວ່າເຈົ້າໜ້າທີ່ (ຈະລາຈອນ) ຈະປັບໃໝ 10 ເທົ່າ 20 ເທົ່າໃນເວລາດື່ມເຫຼົ້າເມົາແລ້ວເກີດອຸບັດຕິເຫດນັ້ນບໍ່ແມ່ນ ເຊິ່ງການປັບໃໝ 20 ເທົ່ານັ້ນແມ່ນກົດໝາຍຕ່າງຫາກທີ່ສະພາເຂດຮັບຮອງແລ້ວ ແຕ່ສະພາຂັ້ນເທິງຍັງບໍ່ອະນຸຍາດໃຫ້ນຳໃຊ້ ຍັງບໍ່ທັນມີດຳລັດອອກມາ, ຍັງບໍ່ທັນມີແຈ້ງການອອກມານຳໃຊ້ ແລະ ຍັງບໍ່ທັນເຊັນ ເຊິ່ງທາງຈະລາຈອນຍັງລໍຖ້າ.

https://www.facebook.com/Laophattananews/videos/2360554350827810/?epa=SEARCH_BOX

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...