Homeຂ່າວທ້ອງຖິ່ນຖິ້ມສິ່ງຂອງ (ຂີ້ເຫຍື້ອ) ອອກຈາກລົດທັງເປີເປື້ອນ ແລະ ກີດຂວາງການສັນຈອນ

ຖິ້ມສິ່ງຂອງ (ຂີ້ເຫຍື້ອ) ອອກຈາກລົດທັງເປີເປື້ອນ ແລະ ກີດຂວາງການສັນຈອນ

Published on

ທ່ານຮູ້ ຫຼື ບໍ່? ພຶດຕິກຳການຖິ້ມຂີ້ເຫຍື້ອ, ສິ່ງຂອງ ຫຼື ຖົ່ມນໍ້າລາຍອອກຈາກລົດນັ້ນ, ນອກຈາກມັນຈະເປັນການເສຍມາລະຍາດທາງສັງຄົມແລ້ວ ຍັງຫຼົບກວນຜູ້ຂັບຂີ່ຮ່ວມທາງຕາມຖະໜົນ ຫາກສິ່ງຂອງທີ່ທ່ານຖິ້ມອອກໄປຈາກມືນັ້ນໄປຖືກຄົນອື່ນທີ່ກຳລັງຂັບຂີ່ອາດເຮັດໃຫ້ເຂົາບໍ່ພໍໃຈໃນພຶດຕິກຳຂອງທ່ານ ແລະ ບາງຄັ້ງເລື່ອງເລັກໆນ້ອຍໆແບບນີ້ອາດເປັນເລື່ອງໃຫຍ່ຫາກເກີດມີອຸບັດຕິເຫດ.

ບໍ່ວ່າຈະເປັນຂີ້ເຫຍື້ອ, ນໍ້າລາຍທີ່ອອກມາຈາກລົດ ຫຼື ແມ່ນແຕ່ເສດຂີ້ເຫຍື້ອ ຫຼື ເສດປູນ, ກ້ອນຫີນ ຕ່າງໆ ທີ່ຕົກມາລົດ ຫາກພິຈາລະນາດີໆແລ້ວ ສິ່ງເຫຼົ່ານີ້ລ້ວນແມ່ນສິ່ງກີດຂວາງການສັນຈອນຕາມທ້ອງຖະໜົນ ໃນຂະນະທີ່ທ່ານກຳລັງຖິ້ມສິ່ງຂອງອອກຈາກລົດ ຫາກມີລົດຄັນທີ່ຂັບມານຳຫຼັງຫັກຫຼີກແບບກະທັນຫັນ ຫຼື ຕຳເອົາຂີ້ເຫຍື້ອປະເພດແຂງ ຫຼື ປູນແຫ້ງ ອາດເຮັດໃຫ້ຜູ້ຂັບໂດຍສະເພາະລົດຈັກເສຍຫຼັກ ແລະ ເກີດອຸບັດຕິເຫດໄດ້ ທ່ານອາດໄດ້ຮັບໂທດ ທີ່ເປັນຕົ້ນເຫດໃນອຸບັດຕິເຫດໄປໂດຍບໍ່ຮູ້ຕົວ ເນື່ອງຈາກສິ່ງຂອງທີ່ທ່ານຖິ້ມອອກມາ ຫຼື ປ່ອຍມັນເຮ່ຍຕາມທາງນັ້ນ ກີດຂວາງຕາມທ້ອງຖະໜົນຢ່າງໜຶ່ງ.

ໃນມາດຕາ 144 ວ່າດ້ວຍການກີດຂວາງການສັນຈອນທາງບົກ ທີ່ລະບຸໄວ້ວ່າ ຫາກບຸກຄົນໃດກີດຂວາງການຈະລາຈອນທາງບົກດ້ວຍການຂຸດ, ເຈາະ ຫຼື ຕັດ, ວາງສິ່່ງກີດຂວາງ, ມ້າງ, ​ຮື້ຖອນ, ຍົກຍ້າຍ,​ ເຮັດໃຫ້ຫຍຸ້ງຍາກ ໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ສອງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000ກີບ.

ກໍລະນີເປັນການກະທຳທີ່ເຮັດໃຫ້ເກີດອຸບັດຕິເຫດໃນການສັນຈອນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 3.000.000ກີບ ຫາ 10.000.000ກີບ.

ນອກຈາກເຄົາລົບກົດຈະລາຈອນແລ້ວ ມາລະຍາດໃນການຂັບຂີ່ຕາມທ້ອງຖະໜົນທຸກຄົນກໍ່ຕ້ອງເອົາໃຈໃສ່ຂຶ້ນຕື່ມ ແລະ ຍັງຕ້ອງມີຈິດສຳນຶກໃນການຮັກສາຄວາມສະອາດຂອງບ້ານເມືອງ ຄຳນຶງເຖິງຄວາມປອດໄພທັງຕົນເອງ ແລະ ຄວາມປອດໄພຂອງຜູ້ອື່ນນຳທີ່ໃຊ້ລົດໃຊ້ຖະໜົນຮ່ວມກັນ ຈຶ່ງເຮັດໃຫ້ສັງຄົມລາວກາຍເປັນສັງຄົມທີ່ໜ້າຢູ່ຂຶ້ນຕື່ມ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...