Homeຂ່າວພາຍ​ໃນຟຸດບາດເປັນທາງສຳລັບຄົນຍ່າງ ບໍ່ແມ່ນບ່ອນຂາຍເຄື່ອງ, ຈອດລົດ ຫຼື ທາງລົດແລ່ນ

ຟຸດບາດເປັນທາງສຳລັບຄົນຍ່າງ ບໍ່ແມ່ນບ່ອນຂາຍເຄື່ອງ, ຈອດລົດ ຫຼື ທາງລົດແລ່ນ

Published on

ການຄ້າຂາຍເທິງຟຸດບາດ, ການຈອດລົດເທິງຟຸດບາດ, ການຈອດລົດຄວບຟຸດບາດ ແລະ ການແລ່ນລົດເທິງຟຸດບາດ ເປັນພາບທີ່ຫຼາຍຄົນເຫັນຈົນຕິດຕາ ແລະ ຖືເປັນເລື່ອງປົກກະຕິກັນໄປແລ້ວ ແຕ່ທ່ານຮູ້ບໍ່ວ່າສິ່ງເຫຼົ່ານີ້ ໃນດ້ານກົດໝາຍແລ້ວມັນແມ່ນສິ່ງທີ່ບໍ່ຖືກຕ້ອງ ເນື່ອງຈາກວ່າທາງຟຸດບາດແມ່ນຖືກສ້າງຂຶ້ນໄວ້ໃຫ້ສະເພາະຄົນຍ່າງ ເພື່ອປ້ອງກັນອຸບັດຕິເຫດລົດຕຳຄົນໃນເວລາຍ່າງຕາມທ້ອງຖະໜົນ.

ດຳລັດນາຍົກລັດຖະມົນຕີ, ສະບັບເລກທີ 188/ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ. ລະບຸໄວ້ໃນມາດຕາທີ 26 ວ່າ ບຸກຄົນຜູ້ໃດຫາກໄດ້ຕັ້ງລໍ້, ກາງເຕັ້ນເຮັດງານຕ່າງໆ, ວາງເຄື່ອງຂອງ ຫຼື ສິນຄ້າທຸກປະເພດ ເພື່ອຂາຍຢູ່ໃນຖະໜົນ, ບ່າທາງ ແລະ ທາງຄົນຍ່າງ ຈະຖືກປັບໃໝ 50.000ກີບ, ເຈົ້າຂອງສຳນັກງານ ຫຼື ອາຄານທີ່ຕັ້ງຢູ່ແຄມທາງ ຫາກໄດ້ອະນຸຍາດໃຫ້ມີການກະທຳດັ່ງກ່າວກໍຈະຖືກປັບໃໝ 50.000 ກີບເຊັ່ນກັນ.

ບຸກຄົນໃດຫາກໄດ້ດຳເນີນກິດຈະການຂາຍລົດ, ສ້ອມແປງລົດ, ຮ້ານອາຫານ, ຮ້ານບັນເທີງ ແລະ ການບໍລິການອື່ນໆ ໂດຍການນຳໃຊ້ຖະໜົນ, ບ່າທາງ ແລະ ທາງຄົນຍ່າງ ເປັນບ່ອນວາງຂາຍ,​ສ້ອມແປງລົດ, ຕັ້ງໂຕະອາຫານ ຫຼື ວາງສິນຄ້າ ຈະຖືກປັບໃໝ 200.000ກີບ/ຄັ້ງ,​ ຖ້າຫາກມີການລະເມີດເຖິງສາມຄັ້ງ ຜູ້ລະເມີດຈະຖືກຖອດຖອນໃບອະນຸຍາດດຳເນີນທຸລະກິດ ແລະ ສັ່ງໃຫ້ປິດຮ້ານ.

ສະນັ້ນ, ເມື່ອພວກເຮົາຮູ້ແບບນີ້ແລ້ວ ຢາກຂໍໃຫ້ທຸກຄົນຊ່ວຍກັນປະຕິບັດກົດລະບຽບຂອງບ້ານເມືອງ ແລະ ເອົາໃຈໃສ່ຕື່ມໃນເລື່ອງຂອງການຂາຍເຄື່ອງ ຫຼື ຈອດລົດ, ແລ່ນລົດ ເທິງຟຸດບາດ ເພາະທາງຟຸດບາດມີໄວ້ໃຫ້ຄົນຍ່າງບໍ່ແມ່ນມີໄວ້ໃຫ້ເປັນບ່ອນຫາລາຍໄດ້ ຫຼື ຈອດລົດໃສ່.

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ດຳລັດນາຍົກລັດຖະມົນຕີ, ສະບັບເລກທີ 188/ນຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...