Homeຂ່າວທ້ອງຖິ່ນໂທດຂອງຜູ້ຂັບຂີ່ພາຫະນະທີ່ບໍ່ໄດ້ມາດຕະຖານເຕັກນິກ

ໂທດຂອງຜູ້ຂັບຂີ່ພາຫະນະທີ່ບໍ່ໄດ້ມາດຕະຖານເຕັກນິກ

Published on

ຍານພາຫະນະທຸກປະເພດທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າມານຳໃຊ້ຢ່າງຖາວອນ ຢູ່ ສປປ ລາວ ຕ້ອງມີສະພາບ ແລະ ມາດຕະຖານເຕັກນິກຄົບຖ້ວນ ຫຼື ບໍ່ມີການປ່ຽນແປງລະບົບໂຄງສ້າງເດີມຂອງລົດທີ່ຜະລິດຈາກໂຮງງານ, ໃຊ້ງານໄດ້ເປັນປົກກະຕິ.

ເພື່ອປ້ອງກັບການເກີດອຸບັດຕິເຫດຈາກການນຳໃຊ້ພາຫະນະທີ່ບໍ່ໄດ້ມາດຕະຖານເຕັກນິກ ດັ່ງນັ້ນ, ລົດທຸກຄັນຕ້ອງໄດ້ຮັບການກວດກາເຕັກນິກ ຕາມເວລາທີ່ກຳນົດໄວ້ ແລະ ໄດ້ຮັບການຢືນຢັນມາດຕະຖານເຕັກນິກຈາກໜ່ວຍງານກວດກາເຕັກນິກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນແມ່ນລະບົບຈັກ, ລະບົບຊ່ວງລ່າງ, ລະບົບຫ້າມລໍ້, ຢາງຕີນລົດ, ລະບົບໄຟເຍືອງໜ້າ-ຫຼັງ, ໄຟສັນຍານຄົບຊຸດ, ມີແວ່ນສ່ອງຫຼັງ ແລະ ທໍ່ຄວັນ.

ໃນມາດຕາ 147 ໄດ້ລະບຸວ່າ ຫາກບຸກຄົນໃດນຳໃຊ້ພາຫະນະທີ່ບໍ່ໄດ້ມາດຕະຖານເຕັກນິກ ແລ້ວພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ.

ໃນກໍລະນີທີ່ກະທຳຜິດ ແລະ ພາໃຫ້ຄົນບາດເຈັບສາຫັດ, ເສຍອົງຄະ ຫຼື ພິການ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 20.000.000ກີບ.

ໃນກໍລະນີທີ່ການກະທຳຜິດ ຫາກພາໃຫ້ຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 6 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 7.000.000 ກີບ ຫາ 30.000.000ກີບ.

ໃນກໍລະນີທີ່ການກະທຳຜິດ ຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 8 ປີ ຫາ 15 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000ກີບ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂໍ້ກຳນົດກ່ຽວກັບມາດຕະຖານເຕັກນິກ ຍານພາຫະນະ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...