Homeເດືອນແຫ່ງການຂັບຂີ່ປອດໄພລົດມີປະກັນໄພຫາກໜັງສືລົດໝົດອາຍຸເມື່ອເກີດອຸບັດເຫດຍັງຈະໄດ້ສິດຄຸ້ມຄອງຫຼື ບໍ່?

ລົດມີປະກັນໄພຫາກໜັງສືລົດໝົດອາຍຸເມື່ອເກີດອຸບັດເຫດຍັງຈະໄດ້ສິດຄຸ້ມຄອງຫຼື ບໍ່?

Published on

ຄວາມຮູ້ກ່ຽວກັບປະກັນໄພມື້ນີ້ທາງລາວໂພສຈະຍົກປະເດັນ ກໍລະນີຕອນເຮັດປະກັນໄພທຳອິດ ແລະ ໜັງສືລົດຍັງບໍ່ທັນໝົດອາຍຸ ຫຼັງຈາກເຮັດປະກັນໄພແລ້ວໄລຍະໜຶ່ງລົດເກີດອຸບັດຕິເຫດ ເຈົ້າໜ້າທີ່ປະກັນມາກວດເບິ່ງເອກະສານແລ້ວພົບວ່າໜັງສືລົດຂອງຜູ້ປະກັນໝົດອາຍຸທາງປະກັນໄພຍັງຄຸ້ມຄອງສິດຂອງຜູ້ປະກັນໄພ ຫຼື ບໍ່?

ໃນກໍລະນີດັ່ງກ່າວ ທາງກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ (ຄລປ) ໄດ້ມີຄຳຕອບກ່ຽວກັບເລື່ອງນີ້ວ່າ ໃນກໍລະນີດັ່ງກ່າວ ແມ່ນຂຶ້ນກັບເງື່ອນໄຂຂອງສັນຍາປະກັນ, ເຊິ່ງຖ້າຫາກບໍ່ໄດ້ມີການກຳນົດຢ່າງລະອຽດກ່ຽວກັບການໝົດອາຍຸຂອງເອກະສານລົດກໍ່ຖືວ່າຜູ້ຊື້ປະກັນບໍ່ໄດ້ຮັບການທົດແທນຄ່າເສຍຫາຍທີ່ເກີດຂຶ້ນ ເພາະຖືວ່າສັນຍາດັ່ງກ່າວແມ່ນຄຸ້ມຄອງຕາມໄລຍະເວລາທີ່ໄດ້ເຮັດສັນຍາຕົກລົງນຳກັນລະຫວ່າງເຈົ້າຂອງຍານພາຫະນະ (ຜູ້ຊື້ປະກັນ) ແລະ ບໍລິສັດປະກັນໄພ.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ (ຄລປ)

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...