spot_img
Homeຂ່າວທ້ອງຖິ່ນລົດບັນທຸກຄວນແລ່ນໃນເມືອງເວລາໃດ?

ລົດບັນທຸກຄວນແລ່ນໃນເມືອງເວລາໃດ?

Published on

ໃນສາຍຕາຫຼາຍຄົນອາດຈະລື້ງເຄີຍກັບລົດບັນທຸກສິນຄ້າແລ່ນເຂົ້າ-ອອກເມືອງບໍ່ເວັ້ນວັນ, ລຽນຊາບລາບຢູ່ແຄມທາງ, ໜ້າຮ້ານຄ້າ, ຕະຫຼາດ ເຊິ່ງເຫັນແລ້ວເປັນສິ່ງທີ່ຜູ້ໃຊ້ພາຫະນະຕ້ອງໄດ້ລົບຫຼີກແບບສ່ຽງເປັນສ່ຽງຕາຍ ຫຼື ຕ້ອງຈອດລໍຖ້າເປັນແຖວຍາວຢຽດເປັນເວລາດົນ ບາງຄັ້ງຈົນເກີດມີອຸບັດຕິເຫດ ທັງນີ້ກໍເນື່ອງມາຈາກມີລົດບັນທຸກສິນຄ້າເຂົ້າ-ອອກປ່ຽນຖ່າຍສິນຄ້າຢູ່ຕາມໜ້າຮ້ານຄ້າ, ໂຮງງານ ແລະ ສະຖານທີ່່ອື່ນໆ ທີ່ບໍ່ປະຕິບັດຕາມເວລາທີ່ ລັດຖະບານ ກໍານົດໄວ້.

ຂະນະທີ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ລາຍງານວ່າ: “ໃນເດືອນ ມີນາ ທີ່ໃກ້ຈະມາຮອດນີ້, ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງ ໃນນັ້ນ, ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ອຸປະຕິເຫດຕາມທ້ອງຖະໜົນ, ການຂາຍເຄື່ອງຜິດກົດໝາຍ” (ຄັດຈາກ: Lao National Radio).

ອີງຕາມດໍາລັດເລກທີ 188/ນຍ, ມາດຕາ 35 ວ່າດ້ວຍການປ່ຽນຖ່າຍສິນຄ້າ, ສິ່ງກີດຂວາງການສັນຈອນ: ລົດບັນທຸກທີ່ມີຂະໜາດບັນທຸກສິນຄ້າແຕ່ 5 ໂຕນຂຶ້ນໄປຕ້ອງບໍ່ໃຫ້ກີດຂວາງການສັນຈອນໃນເວລາຂົນສົ່ງສິນຄ້າຂຶ້ນ-ລົງຢູ່ສະຖານທີ່ແຄມທາງ ແລະ ເຂດຊຸມຊົນ ເຊັ່ນ: ຮ້ານຄ້າ, ອາຄານ, ສາງເຄື່ອງ, ຮ້ານຄ້າທີ່ຕັ້ງຢູ່ເຂດຕະຫຼາດ ແລະ ເຂດກໍ່ສ້າງທີ່ມີການສັນຈອນໜາແໜ້ນ ຫ້າມເອົາສິນຄ້າຂຶ້ນລົດ-ລົງລົດຕາມກໍານົດເວລາໃນວັນລັດຖະການດັ່ງນີ້: ຕອນເຊົ້າແຕ່ 7:00-9:00 ໂມງ ແລະ ຕອນແລງແຕ່ 16:00-16:00-17:30 ໂມງ ຫາກຜູ້ໃດລະເມີດຈະຖືກປັບໃໝຄັ້ງລະ 200.000 ກີບ ຖ້າລະເມີດເກີນ 3 ຄັ້ງ ຈະຖອນໃບອະນຸຍາດຂັບຂີ່, ໃບອະນຸຍາດດໍາເນີນທຸລະກິດ ແລະ ສັ່ງປິດ. ດັ່ງນັ້ນ, ສະແດງວ່ານອກເໜືອຈາກເວລາທີ່ກໍານົດໄວ້ລົດບັນທຸກກໍສາມາດເຂົ້າມາໃນເມືອງໄດ້.

ຕໍ່ກັບມາດຕາດັ່ງກ່າວ, ລັດຖະບານ ໄດ້ປະກາດໃຊ້ມາແຕ່ 2007 ເຫັນວ່າສັງຄົມກໍຍັງປະຕິບັດບໍ່ໄດ້ ເຊິ່ງບັນຫານີ້ຕ້ອງມີການເພີ່ມເອົາໃຈໃສ່ຢ່າງຈິງຈັງ ຖ້າບໍ່ດັ່ງນັ້ນມັນຈະກາຍເປັນ “ເສດເຈ້ຍທໍາມະດາທີ່ບໍ່ມີຜົນສັກສິດຫຍັງເລີຍໃນບ້ານເມືອງຂອງເຮົາ” ຄໍາທີ່ຜູ້ໃຊ້ສັງຄົມອອນລາຍ ຫຼື ຄົນທົ່ວໄປມັກເວົ້າກັນ. ນອກນັ້ນ, ບັນດາພໍ່ຄ້າຊາວຂາຍ, ນັກລົງທຶນ, ຜູ້ຜະລິດກໍຈະຍິ່ງເພີ່ມຈໍານວນລົດຂົນສົ່ງສິນຄ້າເຂົ້າມາໃນເມືອງຫຼາຍຂຶ້ນ ແລ້ວຜົນຕາມມາກໍເປັນບັນຫາຊໍ້າໆເດີມໆ ເຊັ່ນ: ການສັນຈອນແອອັດ, ລົດຕິດ, ມົນລະພິດທາງອາກາດ, ອຸບັດຕິເຫດ, ເສັ້ນທາງເປ່ເພ ແລະ ອື່ນໆ ຍັງບໍ່ໜົດເທົ່ານັ້ນ, ປະຊາຊົນໃນສັງຄົມກໍຈະຍັງສືບແນວຄວາມຄິດທີ່ວ່າ: “ກົດລະບຽບ-ກົດໝາຍ, ດໍາລັດ, ຂໍ້ກໍານົດອື່ນໆ ບໍ່ມີຄວາມສັກສິດ ແລະ ປະຕິບັດບໍ່ໄດ້ ແລ້ວໃນອະນາຄົດກໍຈະບໍ່ມີໃຜປະຕິບັດຕາມສີ່ງທີ່ກຳນົດອອກມາ”.

ຮູບພາບ-ຂຽນໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...