spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດ ພິຈາລະນາວຽກງານສໍາຄັນຂອງຊາດ

ສະພາແຫ່ງຊາດ ພິຈາລະນາວຽກງານສໍາຄັນຂອງຊາດ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX , ໃນວັນທີ 25 ມິຖຸນານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດຮັບຟັງໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍ ຄະນະປະທານກອງປະຊຸມ.

ກອງປະຊຸມ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ທິດທາງແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ບາງວຽກງານທີ່ສໍາຄັນ ຊຶ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດໃນການປະຕິບັດວຽກງານສ້າງ ແລະ ປັບປຸງກົດໝາຍ ໄດ້ຮັບຜົນສໍາເລັດ ສະແດງອອກ ຄື:

1) ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ ຈໍານວນ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ນໍາສະເໜີປະທານປະເທດ ອອກລັດຖະດຳລັດປະກາດໃຊ້ຢ່າງເປັນທາງການ ຈໍານວນ 8 ສະບັບ.
2) ສໍາເລັດການປັບປຸງ, ຮຽບຮຽງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ກົດໝາຍຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ໄດ້ນໍາສະເໜີປະທານປະເທດ ອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ.
3) ສຳເລັດການປັບປຸງ, ຮຽບຮຽງເນື້ອໃນຮ່າງກົດໝາຍ ຈໍານວນ 3 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
4) ໄດ້ກະກຽມຄວາມພ້ອມຮອບດ້ານຂອງບັນດາຮ່າງກົດໝາຍ ຈໍານວນ 10 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
5) ເອົາໃຈໃສ່ຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃຫ້ສະພາປະຊາຊົນຂັ້ນແຂວງ, ບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈໍານວນ 5 ຄັ້ງ.
6) ໄດ້ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 4 ສະບັບ ຄື: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍສີມືແຮງງານ.

ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະໄໝສາມັນ, ວິສາມັນຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຊຶ່ງມີຜົນສໍາເລັດ, ອັນພົ້ນເດັ່ນ, ແມ່ນໄດ້ຮັບຮອງເອົາການສະເໜີຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ ຈໍານວນ 12 ທ່ານ ຄື:

1. ແຕ່ງຕັ້ງ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
2. ຍົກຍ້າຍ ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ.
3. ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ.
4. ຍົກຍ້າຍ ທ່ານ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ ຢູ່ຄະນະຈັດຕັ້ງສູນກາງພັກ.
5. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.
6. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
7. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນລັດຖະມົນຕີກະຊວງສາທາລະນະສຸກ.
8. ແຕ່ງຕັ້ງ ທ່ານ ລິນຄໍາ ດວງສະຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ.
9. ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເປັນລັດຖະມົນຕີກະຊວງອຸດ ສະຫະກຳ ແລະ ການຄ້າ.
10. ແຕ່ງຕັ້ງ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງເຊກອງ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.
11. ຮັບຮອງເອົາການພັກການ-ຮັບອຸດໜູນບຳນານ ທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
12. ຮັບຮອງເອົາການພັກການ-ຮັບອຸດໜູນບຳນານ ທ່ານ ບຸນແຝງ ພູມມະໄລສິດ ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ.

ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ສົມທົບກັບສະພາແຫ່ງຊາດລາວ-ຫວຽດນາມ ໃນການຄົ້ນຄວ້າ ແລະ ຂຽນປື້ມປະຫວັດສາດ 50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ-ຫວຽດນາມ, ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າສັງລວມບັນດາປື້ມນິພົນບົດຄໍາເຫັນຕ່າງໆ ຂອງປະທານ ໄກສອນ ພົມວິຫານ ທີ່ເປັນແນວທາງ, ເປັນບ່ອນອີງໃນການແກ້ໄຂ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ການບໍລິຫານລັດ ແລະ ອື່ນໆ ເພື່ອເຜີຍແຜ່ທາງເຟດບຸກ, ໜັງສືພິມຜູ້ແທນປະຊາຊົນຂອງສະພາແຫ່ງຊາດ ເປັນລາຍອາທິດ ເພື່ອໃຫ້ສັງຄົມຮັບຮູ້, ເຊື່ອມຊຶມ ແລະ ນໍາໃຊ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນໍາຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໃນຂອບເຂດທົ່ວ ປະເທດ ເອົາໃຈໃສ່ປະສານສົມທົບ ກັບສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ໃນການ ປະຕິບັດພາລະບົດບາດຂອງຕົນ ໄດ້ຮັບຜົນສໍາເລັດຫຼາຍດ້ານ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...