spot_img
HomeBaby-ແມ່ແລະເດັກລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ

ລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ

Published on

ຕ້ອງຍອມຮັບວ່າມີແມ່ຫຼາຍໆຄົນທີ່ຕ້ອງການໃຫ້ນົມລູກນ້ອຍທີ່ຍັງບໍ່ທັນໄດ້ເຊົາກິນນົມ ໃນສະຖານທີ່ສາທາລະນະ ບາງຄົນກໍ່ຄົງບໍ່ສະດວກໃຈ ແລະ ບາງຄົນກໍ່ອາຍ ແຕ່ເມື່ອລູກຮ້ອງໄຫ້ຫິວນົມຄວາມເປັນແມ່ກໍ່ຕ້ອງຈຳເປັນໄດ້ເປີດເຕົ້ານົມໃຫ້ລູກດູດທຸກຄັ້ງ

bu001

ເຊິ່ງວັນນີ້ລາວໂພສຕ໌ມີເລື່ອງດີໆມານຳສະເໜີ ເພື່ອເປັນແບບຢ່າງດີໆ ໃນລະບົບການຂົນສົ່ງ ທີ່ມົນທົນຈຽງຊີ ພາກຕະເວັນອອກຂອງຈີນ ເກີດຄວາມຄິດສ້າງສັນໂດຍໃຫ້ລົດເມມີຜ້າກັ່ງໃນລົດ ສຳລັບແມ່ທີ່ຕ້ອງການເອົານົມໃຫ້ລູກກິນ ເພື່ອຄວາມເປັນສ່ວນຕົວ ຫາກລົດເມຄັນໃດມີແມ່ອຸ້ມລູກນ້ອຍຂຶ້ນມາເທິງລົດ ຄົນຂັບກໍ່ຈະບອກໃຫ້ໄປນັ່ງຢູ່ຈຸດທີ່ສຳລັບໃຫ້ນົມລູກບ່ອນມີຜ້າກັ້ງ ຫຼື ຖ້າມີໃຜນັ່ງຢູ່ຈຸດນີ້ແລ້ວຫາກບໍ່ແມ່ນແມ່ລູກອ່ອນມີລູກນ້ອຍມານຳ ຄົນຂັບກໍ່ຈະປ່ຽນບ່ອນນັ່ງໃຫ້ໄປນັ່ງຢູ່ບ່ອນອື່ນ ເພື່ອໃຫ້ແມ່ແລະລູກນ້ອຍໄດ້ນັ່ງ ແລະ ໃຫ້ນົມລູກຢ່າງສະບາຍໃຈນັ້ນເອງ

ເລື່ອງລາວ ແລະ ຮູບພາບດັ່ງກ່າວ ໄດ້ຖືກແຊຣຕໍ່ໆກັນໄປ ໃນໂລກອອນໄລນ໌ ແລະ ໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ເພາະເປັນການຊ່ວຍກະຕຸ້ນ ເລື່ອງການລ້ຽງລູກດ້ວຍນົມແມ່ໄດ້ເປັນຢ່າງດີ ແລະ ໃນອານາຄົດທາງລັດຖະບານຈີນຍັງມີແຜນຈະເຮັດລົດເມແບບມີຜ້າກັ້ງນີ້ໃນຫຼາຍໆຕົວເມືອງອີກດ້ວຍ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...