Published on

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເຂົ້າພົບປະຢ້ຽມຢາມໃນວັນທີ 16 ພະຈິກ 2026ທີ່ ສໍານັກງານແຂວງ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ແຈ້ງສະພາບການນໍາພາ – ຊີ້ນໍາວຽກງານຂອງຄະນະພັກ – ຄະນະກໍາມະການປົກຄອງແຂວງ ໂດຍຫຍໍ້, ເປັນຕົ້ນແມ່ນຍົກໃຫ້ເຫັນຜົນສໍາເລັດໃນການສ້າງຕັ້ງຕາແສງ ແລະ ການເຄື່ອນໄຫວບໍລິການຮັບໃຊ້ປະຊາຊົນຂອງຕາແສງ, ການປັບປຸງແກ້ໄຂສ້ອມແປງເສັ້ນທາງຫຼວງແຫ່ງຊາດ ພາຍໃນແຂວງ ທີ່ເປ່ເພ ເພື່ອອໍານວຍຄວາມສະດວກແກ່ການສັນຈອນໄປມາ, ການກໍ່່ສ້າງທາງເບຕົງໃນບ້ານຕ່າງໆໂດຍແມ່ນຄູບາອາຈານ, ພະສົງສາມະເນນ ແລະ ປະຊາຊົນມີສ່ວນຮ່ວມ ເພື່ອຮອງຮັບການທ່ອງທ່ຽວ ແລະ ຮັບໃຊ້ການຂົນສົ່ງຜົນຜະລິດຂອງປະຊາຊົນ.
  
ພ້ອມນີ້, ກໍໄດ້ສະເໜີກ່ຽວກັບການສ້າງແຜນຜັງໃນການພັດທະນາ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍເລີ່ມຈາກນະຄອນປາກເຊ, ຕໍ່ໄປແມ່ນສຸມໃສ່ເມືອງປາກຊ່ອງ ແລະ ເມືອງຈໍາປາສັກ. ພ້ອມທັງສະເໜີໃຫ້ທ່ານລັດຖະມົນຕີກະຊວງ ຍທຂ ຊ່ວຍສືບຕໍ່ຊຸກຍູ້ໂຄງການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ທາງ 18A ແຕ່ຫຼັກ 48 ເມືອງປະທຸມພອນ ຫາ ເຊຄໍາພໍ ແຂວງອັດຕະປື, ເສັ້ນທາງຍຸດທະສາດດ້ານເສດຖະກິດ ລະຫວ່າງ ເມືອງປາກຊ່ອງ ແຂວງຈໍາປາສັກ – ເມືອງເລົ່າງາມ ແຂວງສາລະວັນ ແລະ ເສັ້ນທາງຍຸດທະສາດດ້ານການທະຫານ, ທາງເວັ້ນວັດພູ ຈາກບ້ານໂພນແພງ – ບ້ານທາງຄົບ ອອກໄປຫາວັດພູ ຄວາມຍາວ 5.5 ກິໂລແມັດ, ທາງ 14C ຈາກເມືອງສຸຂຸມາ – ເມືອງມຸນລະປາໂມກ ແລະ ການຍົກລະດັບປັບປຸງເສັ້ນທາງຄົມມະນາຄົມຂົນສົ່ງ ທາງນໍ້າ ແລະ ທາງອາກາດ ຕື່ມອີກ.
ທ່ານ ເຫຼັກໄຫຼ ສີວິໄລໄດ້ມີຄຳເຫັນແລກປ່ຽນ ໂດຍຍົກໃຫ້ເຫັນທິດທາງແຜນການໃນການບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ, ເລກທີ 13 ໃຕ້ ເປັນແຜນວຽກບູລິມະສິດຂອງ ກະຊວງ ຍທຂ ທີ່ຈະສ້ອມແປງໃຫ້ໝັ້ນຄົງຖາວອນ ຕາມທິດຊີ້ນໍາຂອງນາຍົກລັດຖະມົນຕີ ລວມທັງແຜນບູລະນະສ້ອມແປງເສັ້ນທາງເຊື່ອມຕໍ່ຕາເວັນອອກ – ຕາເວັນຕົກ,ເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ໂດຍມອບໃຫ້ພະແນກ ຍທຂ ແຂວງ, ພະແນກການເງິນແຂວງ ແລະ ຫ້ອງວ່າການແຂວງ ປະສານສົມທົບໄລ່ລຽງງົບປະມານ ເພື່ອພ້ອມກັນຈັດຕັ້ງປະຕິບັດ.
ສໍາລັບແຜນພັດທະນາຜັງເມືອງ, ກະຊວງ ຍທຂ ເຫັນດີ ແລະ ຈະຊ່ວຍໃຫ້ການສະໜັບສະໜູນ ຂໍໃຫ້ພະແນກ ຍທຂເປັນເຈົ້າການຊ່ວຍການນໍາແຂວງໃນການຕິດຕາມກວດກາ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍຜັງເມືອງ ລວມທັງການຂົນສົ່ງທາງນໍ້າ, ທາງອາກາດ ເພື່ອສົ່ງເສີມການທ່ອງທ່ຽວ ກໍຈະໃຫ້ການສະໜັບສະໜູນ.
ທ່ານລັດຖະມົນຕີກະຊວງ ຍທຂ ຍັງສະເໜີໃຫ້ຄະນະພັກ – ຄະນະກໍາມະການປົກຄອງແຂວງ ຊ່ວຍລົງເລິກຕິດຕາມຊຸກຍູ້ການເຄື່ອນໄຫວວຽກງານຂອງລັດວິສາຫະກິດນໍ້າປະປາແຂວງ ໃນປັດຈຸບັນ ແລະ ຕິດຕາມຊຸກຍູ້ແຜນພັດທະນານໍ້າປະປາ ທັງໃນສະເພາະໜ້າ ແລະ ຍາວນານ ເພື່ອຕອບສະໜອງນໍ້າຮັບໃຊ້ໃນຕົວເມືອງໃຫ້ພຽງພໍ.
ໃນວັນດຽວກັນ, ທ່ານ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ຍັງໄດ້ເຊີນ ທ່ານລັດຖະມົນຕີກະຊວງ ຍທຂ ເຄື່ອນໄຫວຢ້ຽມຢາມການເທທາງເບຕົງຂອງຄະນະພັກ – ຄະນະກໍາມະການປົກຄອງບ້ານ ແລະ ປະຊາຊົນ ບ້ານທ່າຫຼວງ ນະຄອນປາກເຊ ຕື່ມອີກ.

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...