HomeBaby-ແມ່ແລະເດັກລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ ລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ Baby-ແມ່ແລະເດັກ Published on 26/04/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 1863 ຕ້ອງຍອມຮັບວ່າມີແມ່ຫຼາຍໆຄົນທີ່ຕ້ອງການໃຫ້ນົມລູກນ້ອຍທີ່ຍັງບໍ່ທັນໄດ້ເຊົາກິນນົມ ໃນສະຖານທີ່ສາທາລະນະ ບາງຄົນກໍ່ຄົງບໍ່ສະດວກໃຈ ແລະ ບາງຄົນກໍ່ອາຍ ແຕ່ເມື່ອລູກຮ້ອງໄຫ້ຫິວນົມຄວາມເປັນແມ່ກໍ່ຕ້ອງຈຳເປັນໄດ້ເປີດເຕົ້ານົມໃຫ້ລູກດູດທຸກຄັ້ງ ເຊິ່ງວັນນີ້ລາວໂພສຕ໌ມີເລື່ອງດີໆມານຳສະເໜີ ເພື່ອເປັນແບບຢ່າງດີໆ ໃນລະບົບການຂົນສົ່ງ ທີ່ມົນທົນຈຽງຊີ ພາກຕະເວັນອອກຂອງຈີນ ເກີດຄວາມຄິດສ້າງສັນໂດຍໃຫ້ລົດເມມີຜ້າກັ່ງໃນລົດ ສຳລັບແມ່ທີ່ຕ້ອງການເອົານົມໃຫ້ລູກກິນ ເພື່ອຄວາມເປັນສ່ວນຕົວ ຫາກລົດເມຄັນໃດມີແມ່ອຸ້ມລູກນ້ອຍຂຶ້ນມາເທິງລົດ ຄົນຂັບກໍ່ຈະບອກໃຫ້ໄປນັ່ງຢູ່ຈຸດທີ່ສຳລັບໃຫ້ນົມລູກບ່ອນມີຜ້າກັ້ງ ຫຼື ຖ້າມີໃຜນັ່ງຢູ່ຈຸດນີ້ແລ້ວຫາກບໍ່ແມ່ນແມ່ລູກອ່ອນມີລູກນ້ອຍມານຳ ຄົນຂັບກໍ່ຈະປ່ຽນບ່ອນນັ່ງໃຫ້ໄປນັ່ງຢູ່ບ່ອນອື່ນ ເພື່ອໃຫ້ແມ່ແລະລູກນ້ອຍໄດ້ນັ່ງ ແລະ ໃຫ້ນົມລູກຢ່າງສະບາຍໃຈນັ້ນເອງ ເລື່ອງລາວ ແລະ ຮູບພາບດັ່ງກ່າວ ໄດ້ຖືກແຊຣຕໍ່ໆກັນໄປ ໃນໂລກອອນໄລນ໌ ແລະ ໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ເພາະເປັນການຊ່ວຍກະຕຸ້ນ ເລື່ອງການລ້ຽງລູກດ້ວຍນົມແມ່ໄດ້ເປັນຢ່າງດີ ແລະ ໃນອານາຄົດທາງລັດຖະບານຈີນຍັງມີແຜນຈະເຮັດລົດເມແບບມີຜ້າກັ້ງນີ້ໃນຫຼາຍໆຕົວເມືອງອີກດ້ວຍ Tagsມົນທົນຈຽງຊີລົດເມພິເສດລົດເມພິເສດ ມີພື້ນທີ່ສ່ວນສຳລັບແມ່ທີ່ຕ້ອງໃຫ້ນົມລູກ ບົດຄວາມຫຼ້າສຸດ ຂ່າວພາຍໃນ ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,... 29/10/2026 ຂ່າວພາຍໃນ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ... 28/10/2026 ຂ່າວພາຍໃນ ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ... 26/10/2026 ຂ່າວພາຍໃນ ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ... 23/10/2026