Published on

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ 13 ໂຄງການ ມູນຄ່າລວມກວ່າ 719.9 ຕື້ກີບ, ປະຕິບັດໄດ້ກວ່າ 577.16 ຕື້ກີບ ຫຼື 80.16% ຂອງແຜນການ, ສະແດງເຖິງຄວາມຄືບໜ້າໃນການພັດທະນາໂຄງລ່າງພື້ນຖານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສິນຄ້າຂອງປະຊາຊົນ.

ທ່ານ ພອນໄຊ ໄກສອນເສນາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ໃຫ້ສໍາພາດໃນວັນທີ 18 ພະຈິກ 2026 ນີ້ວ່າ: ທົ່ວແຂວງມີເສັ້ນທາງລວມຄວາມຍາວ 1,658.72 ກິໂລແມັດ, ເພີ່ມຂຶ້ນ 2.26% ທຽບໃສ່ປີ 2025. ໃນນັ້ນ ເປັນເສັ້ນທາງປູອັດສະຟານ 109.04 ກິໂລແມັດ, ປູຄອນກຣີດ 5.17 ກິໂລແມັດ, ປູຢາງ 537.19 ກິໂລແມັດ, ປູແຮ່ ແລະ ປູດິນແດງ 851.19 ກິໂລແມັດ ແລະ ທາງດິນທຳມະຊາດ 158.83 ກິໂລແມັດ.

ສຳລັບໂຄງການສືບຕໍ່ກໍ່ສ້າງຂົວທາງ ມີ 13 ໂຄງການ ມູນຄ່າລວມກວ່າ 719.9 ຕື້ກີບ, ປະຕິບັດໄດ້ກວ່າ 577.16 ຕື້ກີບ ຫຼື 80.16%. ໃນນັ້ນ ໂຄງການທາງຫຼວງແຫ່ງຊາດ ມີ 3 ໂຄງການ ມູນຄ່າກວ່າ 277.9 ຕື້ກີບ, ປະຕິບັດໄດ້ກວ່າ 195.52 ຕື້ກີບ ຫຼື 70.35%. ປະກອບມີ ໂຄງການກໍ່ສ້າງທາງປູຢາງສອງຊັ້ນ ເລກທີ 18A ໄລຍະ 2 ປະຕິບັດໄດ້ 94.02%, ໄລຍະ 3 ປະຕິບັດໄດ້ 55.51% ແລະ ໂຄງການສ້ອມແປງທາງຫຼວງແຫ່ງຊາດ ເລກທີ 11, 11+16A ແລະ 18B ປະຕິບັດໄດ້ 95.17%.

ຂະນະທີ່ໂຄງການທາງຫຼວງທ້ອງຖິ່ນ ມີ 8 ໂຄງການ ມູນຄ່າລວມກວ່າ 147.77 ຕື້ກີບ, ປະຕິບັດໄດ້ກວ່າ 129.21 ຕື້ກີບ ຫຼື 87.43%. ໂຄງການສຳຄັນປະກອບມີ ການກໍ່ສ້າງທາງປູຢາງສອງຊັ້ນ ເລກທີ 9004, 9039, 9048 ແລະ 9046, ການກໍ່ສ້າງ ແລະ ສ້ອມແປງທາງປູດິນແດງ ເລກທີ 9237, ການກໍ່ສ້າງທໍ່ດາໂລຫ້ວຍຂຸມຄຳ ບ້ານໂສກຄຳ, ການແກ້ໄຂຮ່ອງລະບາຍນ້ຳບ້ານຫຼັກສາມ ຮ່ອມ 23, 25 ແລະ 27 ເທດສະບານແຂວງ ລວມທັງການຂະ ຫຍາຍທາງປູຢາງສອງຊັ້ນ ແຕ່ສາມແຍກທາງເລກທີ 11 ຫາ ທ່າບັກ ບ້ານສະແຄະ.

ສ່ວນວຽກງານທາງນ້ຳ ແຂວງໄດ້ສືບຕໍ່ກໍ່ສ້າງເຂື່ອນປ້ອງກັນຕາຝັ່ງເຈື່ອນບ້ານໃຫຍ່ເຊກະໝານ 2 ຊ່ວງ ເຊິ່ງທັງສອງຊ່ວງປະຕິບັດໄດ້ 100%. ນອກນີ້ ຍັງມີໂຄງການກໍ່ສ້າງເຂື່ອນປ້ອງກັນຕາຝັ່ງເຈື່ອນ ແລະ ຄູຕ້ານນ້ຳຖ້ວມ ແຕ່ຜາມໄຊທ່າເຮືອຊ່ວງ ຫາດອນແກ້ງໄຊຫາຫຼັງໂຮງໝໍແຂວງ ມີ 2 ຊ່ວງ, ໃນນັ້ນ ຊ່ວງທີ 1 ມີມູນຄ່າກວ່າ 73.53 ຕື້ກີບ, ປະຕິບັດໄດ້ກວ່າ 63.23 ຕື້ກີບ ຫຼື 70.21%. ພ້ອມກັນນີ້ ຍັງມີໂຄງການໃໝ່ 3 ໂຄງການ ມູນຄ່າລວມກວ່າ 125.89 ຕື້ກີບ, ປະຕິ ບັດໄດ້ກວ່າ 31,23 ຕື້ກີບ ຫຼື 24,80%. ໃນນັ້ນ ມີໂຄງການຕັດໃໝ່ ແລະ ຟື້ນຟູເສັ້ນທາງປູດິນແດງເຂົ້າສູ່ເຂດການຜະລິດ ແຕ່ແຍກທາງເລກທີ 9001 ຫາ ບ້ານກອງນາ ແລະ ບ້ານດາກດໍ ເມືອງຊານໄຊ, ພ້ອມທັງໂຄງການກໍ່ສ້າງເຂື່ອນປ້ອງກັນຕາຝັ່ງເຈື່ອນແຄມນ້ຳເຊກອງ ໄລຍະ 3 ເຂດບ້ານໃຫຍ່ເຊກະໝານ ມູນຄ່າກວ່າ 95.19 ຕື້ກີບ, ປະຕິບັດໄດ້ກວ່າ 5.77 ຕື້ກີບ ຫຼື 6.06%.

ທ່ານໄດ້ກ່າວເນັ້ນວ່າ: ໃນໄລຍະຕໍ່ໜ້າ ພະແນກ ຍທຂ ຈະສືບຕໍ່ຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ, ເລັ່ງລັດການປະຕິບັດໂຄງການໃຫ້ທັນຕາມແຜນການ ແລະ ສືບຕໍ່ພັດທະນາວຽກງານທາງນ້ຳ ເພື່ອຫຼຸດຜ່ອນຜົນກະທົບຈາກຕາຝັ່ງເຈື່ອນ ແລະ ນ້ຳຖ້ວມ.

 

ທີ່ມາ: ຂ່າວສານອັດຕະປື

 

 

 

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...