HomeBaby-ແມ່ແລະເດັກລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ ລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ Baby-ແມ່ແລະເດັກ Published on 26/04/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1843 ຕ້ອງຍອມຮັບວ່າມີແມ່ຫຼາຍໆຄົນທີ່ຕ້ອງການໃຫ້ນົມລູກນ້ອຍທີ່ຍັງບໍ່ທັນໄດ້ເຊົາກິນນົມ ໃນສະຖານທີ່ສາທາລະນະ ບາງຄົນກໍ່ຄົງບໍ່ສະດວກໃຈ ແລະ ບາງຄົນກໍ່ອາຍ ແຕ່ເມື່ອລູກຮ້ອງໄຫ້ຫິວນົມຄວາມເປັນແມ່ກໍ່ຕ້ອງຈຳເປັນໄດ້ເປີດເຕົ້ານົມໃຫ້ລູກດູດທຸກຄັ້ງ ເຊິ່ງວັນນີ້ລາວໂພສຕ໌ມີເລື່ອງດີໆມານຳສະເໜີ ເພື່ອເປັນແບບຢ່າງດີໆ ໃນລະບົບການຂົນສົ່ງ ທີ່ມົນທົນຈຽງຊີ ພາກຕະເວັນອອກຂອງຈີນ ເກີດຄວາມຄິດສ້າງສັນໂດຍໃຫ້ລົດເມມີຜ້າກັ່ງໃນລົດ ສຳລັບແມ່ທີ່ຕ້ອງການເອົານົມໃຫ້ລູກກິນ ເພື່ອຄວາມເປັນສ່ວນຕົວ ຫາກລົດເມຄັນໃດມີແມ່ອຸ້ມລູກນ້ອຍຂຶ້ນມາເທິງລົດ ຄົນຂັບກໍ່ຈະບອກໃຫ້ໄປນັ່ງຢູ່ຈຸດທີ່ສຳລັບໃຫ້ນົມລູກບ່ອນມີຜ້າກັ້ງ ຫຼື ຖ້າມີໃຜນັ່ງຢູ່ຈຸດນີ້ແລ້ວຫາກບໍ່ແມ່ນແມ່ລູກອ່ອນມີລູກນ້ອຍມານຳ ຄົນຂັບກໍ່ຈະປ່ຽນບ່ອນນັ່ງໃຫ້ໄປນັ່ງຢູ່ບ່ອນອື່ນ ເພື່ອໃຫ້ແມ່ແລະລູກນ້ອຍໄດ້ນັ່ງ ແລະ ໃຫ້ນົມລູກຢ່າງສະບາຍໃຈນັ້ນເອງ ເລື່ອງລາວ ແລະ ຮູບພາບດັ່ງກ່າວ ໄດ້ຖືກແຊຣຕໍ່ໆກັນໄປ ໃນໂລກອອນໄລນ໌ ແລະ ໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ເພາະເປັນການຊ່ວຍກະຕຸ້ນ ເລື່ອງການລ້ຽງລູກດ້ວຍນົມແມ່ໄດ້ເປັນຢ່າງດີ ແລະ ໃນອານາຄົດທາງລັດຖະບານຈີນຍັງມີແຜນຈະເຮັດລົດເມແບບມີຜ້າກັ້ງນີ້ໃນຫຼາຍໆຕົວເມືອງອີກດ້ວຍ Tagsມົນທົນຈຽງຊີລົດເມພິເສດລົດເມພິເສດ ມີພື້ນທີ່ສ່ວນສຳລັບແມ່ທີ່ຕ້ອງໃຫ້ນົມລູກ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:... 03/07/2025 ຂ່າວຕ່າງປະເທດ ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ... 02/07/2025 ຂ່າວຕ່າງປະເທດ ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News... 01/07/2025 ຂ່າວພາຍໃນ ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -... 26/06/2025