ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກຫຼາຍຂະແໜງການ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ເພື່ອການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2026 ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 3 ໃນປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະ ປຶກສາຫາລື ກ່ຽວກັບ ທິດທາງການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆ.

ກອງປະຊຸມດັ່ງກ່າວ ເປັນການຜັນຂະຫຍາຍ ຜົນການພົບປະຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ ໃນການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການປະກອບສ່ວນ ຕໍ່ສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ.
ໃນໂອກາດຢ້ຽມຢາມ ສປປ ເກົາຫຼີ ຄັ້ງນີ້, ສະຫາຍ ມາໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ Pak Thae Song, ນາຍົກລັດຖະມົນຕີ ແຫ່ງ ສປປ ເກົາຫຼີ ແລະ ໄດ້ຢ້ຽມຢາມສະຖານທີ່ທາງປະຫວັດສາດ, ການສຶກສາ ແລະ ສາທາລະນະສຸກ ທີ່ສຳຄັນຂອງ ສປປ ເກົາຫຼີ.
ທີ່ມາ: ກະຊວງການຕ່າງປະເທດ

