HomeBaby-ແມ່ແລະເດັກລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ ລົດເມພິເສດ ມີພື້ນທີ່ສ່ວນຕົວສຳລັບແມ່ທີ່ຕ້ອງການໃຫ້ນົມລູກ Baby-ແມ່ແລະເດັກ Published on 26/04/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 1863 ຕ້ອງຍອມຮັບວ່າມີແມ່ຫຼາຍໆຄົນທີ່ຕ້ອງການໃຫ້ນົມລູກນ້ອຍທີ່ຍັງບໍ່ທັນໄດ້ເຊົາກິນນົມ ໃນສະຖານທີ່ສາທາລະນະ ບາງຄົນກໍ່ຄົງບໍ່ສະດວກໃຈ ແລະ ບາງຄົນກໍ່ອາຍ ແຕ່ເມື່ອລູກຮ້ອງໄຫ້ຫິວນົມຄວາມເປັນແມ່ກໍ່ຕ້ອງຈຳເປັນໄດ້ເປີດເຕົ້ານົມໃຫ້ລູກດູດທຸກຄັ້ງ ເຊິ່ງວັນນີ້ລາວໂພສຕ໌ມີເລື່ອງດີໆມານຳສະເໜີ ເພື່ອເປັນແບບຢ່າງດີໆ ໃນລະບົບການຂົນສົ່ງ ທີ່ມົນທົນຈຽງຊີ ພາກຕະເວັນອອກຂອງຈີນ ເກີດຄວາມຄິດສ້າງສັນໂດຍໃຫ້ລົດເມມີຜ້າກັ່ງໃນລົດ ສຳລັບແມ່ທີ່ຕ້ອງການເອົານົມໃຫ້ລູກກິນ ເພື່ອຄວາມເປັນສ່ວນຕົວ ຫາກລົດເມຄັນໃດມີແມ່ອຸ້ມລູກນ້ອຍຂຶ້ນມາເທິງລົດ ຄົນຂັບກໍ່ຈະບອກໃຫ້ໄປນັ່ງຢູ່ຈຸດທີ່ສຳລັບໃຫ້ນົມລູກບ່ອນມີຜ້າກັ້ງ ຫຼື ຖ້າມີໃຜນັ່ງຢູ່ຈຸດນີ້ແລ້ວຫາກບໍ່ແມ່ນແມ່ລູກອ່ອນມີລູກນ້ອຍມານຳ ຄົນຂັບກໍ່ຈະປ່ຽນບ່ອນນັ່ງໃຫ້ໄປນັ່ງຢູ່ບ່ອນອື່ນ ເພື່ອໃຫ້ແມ່ແລະລູກນ້ອຍໄດ້ນັ່ງ ແລະ ໃຫ້ນົມລູກຢ່າງສະບາຍໃຈນັ້ນເອງ ເລື່ອງລາວ ແລະ ຮູບພາບດັ່ງກ່າວ ໄດ້ຖືກແຊຣຕໍ່ໆກັນໄປ ໃນໂລກອອນໄລນ໌ ແລະ ໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ເພາະເປັນການຊ່ວຍກະຕຸ້ນ ເລື່ອງການລ້ຽງລູກດ້ວຍນົມແມ່ໄດ້ເປັນຢ່າງດີ ແລະ ໃນອານາຄົດທາງລັດຖະບານຈີນຍັງມີແຜນຈະເຮັດລົດເມແບບມີຜ້າກັ້ງນີ້ໃນຫຼາຍໆຕົວເມືອງອີກດ້ວຍ Tagsມົນທົນຈຽງຊີລົດເມພິເສດລົດເມພິເສດ ມີພື້ນທີ່ສ່ວນສຳລັບແມ່ທີ່ຕ້ອງໃຫ້ນົມລູກ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ. (ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ... 10/07/2026 ຂ່າວພາຍໃນ ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ. ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,... 09/07/2026 ຂ່າວພາຍໃນ ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ. ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ... 08/07/2026 ຂ່າວພາຍໃນ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ. ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3... 07/07/2026