ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ.

ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 4 ວາລະສໍາຄັນ ຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ; ແລະ ການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027.
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2026 ຂອງລັດຖະບານ:
ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ.

ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 322 ເລື່ອງ, ກຸ່ມແກ້ງສະແກມເມີ 11 ຄັ້ງ, ເກັບກູ້ອາວຸດປືນໄດ້ 136 ກະບອກ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ສາມາດຍຶດລົດຈົກໄດ້ 50 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນຳໃຊ້ເຂົ້າໃນການລັກລອບຈຳນວນໜຶ່ງ.
ທີ່ມາ: ຫ້ອງວ່າການສຳນັກງງານນາຍົກລັດຖະມົນຕີ

