ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ມຸ່ງສູ່ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ.
ທ່ານ ອາລຸນໄຊ ສູນນະລາດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອອກຕັ້ງທີ 15, ປະທານສະພາປະຊາຊົນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວາລະເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວ່າ:
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ,ໃນນາມຕົວແທນ ຂອງປະຊາຊົນລາວບັນດາເຜົ່າ ທົ່ວແຂວງຈຳປາສັກ, ຂ້າພະເຈົ້າເຫັນວ່າ ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ເປັນກອງປະຊຸມໜຶ່ງທີ່ມີຄວາມສຳຄັນຫຼາຍເນື່ອງຈາກວ່າ ມີການພິຈາລະນາຕົກລົງບັນຫາສຳຄັນ ໂດຍສະເພາະແມ່ນບັນຫາບຸກຄະລາກອນ ໃນຕຳແໜ່ງທີ່ສຳຄັນ ເຊິ່ງພວກເຮົາກໍໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ຢ່າງມີຄວາມເປັນເອກະພາບສູງ.

ນອກຈາກນັ້ນ, ກໍຍັງມີບັນຫາສຳຄັນ ໃນການພິຈາລະນາກ່ຽວກັບເສດຖະກິດສັງຄົມ, ກົດໝາຍ ບໍ່ວ່າການສ້າງໃໝ່ ຫລື ການປັບປຸງ ແລະ ກໍໄດ້ຟັງຄຳຄິດຄຳເຫັນຈາກຕົວແທນຂອງປະຊາຊົນແຕ່ລະເຂດເລືອກຕັ້ງ ເຊິ່ງຂ້າພະເຈົ້າກໍໄດ້ຕິດຕາມຢ່າງໃກ້ຊິດ ລ້ວນແລ້ວແຕ່ແມ່ນມີຄວາມສຳຄັນຕໍ່ສິດຜົນປະໂຫຍດທັງໝົດຂອງປະຊາຊົນລາວບັນດາເຜົ່າ.
ເມື່ອຫວນຄືນຜົນງານໃນໄລຍະຜ່ານມາເຫັນວ່າ ບົດບາດຂອງສະພາແຫ່ງຊາດ ໃນຖານະອົງການຕາງໜ້າຂອງປະຊາຊາຊົນນັບມື້ນັບສູງເດັ່ນຂຶ້ນ ໂດຍສະເພາະພາຍຫລັງສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຍົກສູງບົດບາດການນຳພາຂອງພັກ ໃນອົງການນິຕິບັນຍັດ ໃຫ້ສູງຂຶ້ນ ສິ່ງນີ້ຢັ້ງຢືນວ່າ ພັກໃຫ້ຄວາມສຳຄັນ ຕໍ່ປະຊາຊົນ, ດັ່ງຄຳເວົ້າຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ເວົ້າຕະຫຼອດວ່າ: ຖືປະຊາຊົນເປັນກົກ ຖືຊົນນະບົດເປັນເປົ້າໝາຍ.
ສຳລັບຜົນງານທີ່ພົ້ນເດັ່ນແມ່ນການພິຈາລະນາຕົກລົງປັບປຸງ ຫລື ສ້າງກົດໝາຍນິຕິກຳນີ້ ພວກເຮົາໄດ້ເອົາໃຈໃສ່ ໂດຍສະເພາະ ການທາບທາມ ຄຳຄິດຄຳເຫັນຂອງປະຊາຊົນ ໃນການປັບປຸງບັນດານິຕິກຳ ຫລື ວ່າລຸ່ມກົດໝາຍ ເພື່ອເປັນການດັດປັບສາຍພົວພັນໃນສັງຄົມ ເພື່ອເຮັດໃຫ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກາຍເປັນລັດຂອງປະຊາຊົນຢ່າງແທ້ຈິງ, ເປັນລັດທີ່ມີການຄຸ້ມຄອງຄວາມສັກສິດ ແລະ ມີປະສິດທິພາບ ໂດຍສະເພາະໃນເງື່ອນໄຂທີ່ມີການບໍລິການດ້ານຕາແສງ ຍິ່ງຈະເຮັດໃຫ້ການບໍລິຫານຂອງລັດ ຍັບໃກ້ເຂົ້າປະຊາຊົນ, ເຖິງວ່າການບໍລິການອາດຈະມີຄວາມສະດວກ ຄວາມຫຍຸ້ງຍາກ, ແຕ່ຂ້າພະເຈົ້າໝັ້ນໃຈວ່າ ຜ່ານການປະຕິບັດຢູ່ແຂວງຈຳປາສັກນີ້ ກໍນັບມື້ນັບດີຂຶ້ນ.

ສ່ວນວຽກງານການພິຈາລະນາຕົກລົງບັນຫາສຳຄັນ ກໍເປັນອີກໜຶ່ງພາລະບົດບາດຫຼັກຂອງສະພາແຫ່ງຊາດ ໂດຍສະເພາະການພິຈາລະນາເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສຳຄັນ ເຊັ່ນ: ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ເພື່ອເປັນກົນໄກສຳຄັນໃນການຂັບເຄື່ອນນະໂຍບາຍ ແລະ ມະຕິຕ່າງໆໃຫ້ບັນລຸຕາມເປົ້າໝາຍ. ສະນັ້ນ, ຢູ່ທ້ອງຖິ່ນກໍຈຳເປັນຕ້ອງເອົາໃຈໃສ່ວຽກງານດັ່ງກ່າວເຊັ່ນດຽວກັນ ເພື່ອໃຫ້ການນຳພາ ແລະ ການບໍລິຫານມີຄວາມຕໍ່ເນ່ືອງ.
ສຳລັບວຽກງານການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ລວມໄປເຖິງຄຳສະເໜີຂອງປະຊາຊົນ ເຊິ່ງເປັນບັນຫາທີ່ເປັນຈຸດໃຈກາງທີ່ສຳຄັນ ແລະ ເປັນບັນຫາທີ່ປະຊາຊົນຕິດຕາມ ໂດຍສະເພາະແມ່ນຄຳສະເໜີຂອງປະຊາຊົນ ສະເໜີມາແລ້ວຮອດໃສ, ແກ້ໄຂແນວໃດ, ອະທິບາຍແນວໃດ ພວກເຮົາຕ້ອງໄດ້ຟັງຄຳເຫັນປະຊາຊົນ, ປຶກສາປະຊາຊົນ ແລະ ແກ້ໄຂບັນຫາສິດຜົນປະໂຫຍດໃຫ້ປະຊາຊົນ ແນວໃດກໍດີ, ສໍາລັບ ການລົງພົບປະຊາຊົນໃນແຕ່ລະເຂດ ສິ່ງທີ່ເຂົາເຈົ້າສະເໜີຫຼາຍ ແມ່ນການຊຸກຍູ້ໃຫ້ພັກ-ລັດຈັດຕັ້ງປະຕິບັດກົດໝາຍໃຫ້ກົດໝາຍມີຄວາມສັກສິດ ເພື່ອເຮັດໃຫ້ລັດເປັນລັດຂອງປະຊາຊົນ ແລະ ບໍລິການຮັບໃຊ້ປະຊາຊົນໝົດຈິດໝົດໃຈ ແລະ ມີປະສິດທິພາບ.
ອີກບັນຫາໜຶ່ງທີ່ປຊະາຊົນສະເໜີຫຼາຍແມ່ນການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະວ່າ ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ເປັນປັດໄຈສຳຄັນຕໍ່ການໄປມາຫາສູ່ກັນ,ການຄ້າຂາຍ ແລະ ການລົງທຶນ. ເຖິງວ່າພາກລັດຈະໄດ້ເອົາໃຈໃສ່ພັດທະນາແລ້ວກໍຕາມ,ແຕ່ຍັງຈຳເປັນຕ້ອງສືບຕໍ່ຍົກສູງຄຸນນະພາບ ແລະ ຂະຫຍາຍການພັດທະນາໃຫ້ກວ້າງຂວາງຂຶ້ນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນສາມາດດຳລົງຊີວິດ, ຜະລິດ, ຄ້າຂາຍ ແລະ ເຂົ້າເຖິງການບໍລິການຕ່າງໆໃຫ້ສະດວກຂຶ້ນ.
ທີ່ມາ: ປະເທດລາວ
ພາບຈາກ: ໜັງສືພິມຈຳປາໃໝ່

