Homeຂ່າວພາຍ​ໃນສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

Published on

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ ກິດຕິຄຸນ ຮຸ້ນສ່ວນໃຫຍ່ ຈາກບໍລິສັດ ອາດີເຄ ກຣຸບ ໄດ້ເຂົ້າຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 (2026 Belt and Road Journalists Forum) ທີ່ນະຄອນ ໜານຈິງ ສປ ຈີນ, ເຊິ່ງມີຜູ້ແທນ ແລະ ຜູ້ນຳອົງກອນສື່ມວນຊົນເຂົ້າຮ່ວມເກືອບ 100​ ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ຕົວແທນທີ່ກ່ຽວຂ້ອງຈາກພາກພື້ນທົ່ວໂລກກໍເຂົ້າຮ່ວມເພື່ອແລກປ່ຽນຄວາມຄິດເຫັນ ພາຍໃຕ້ຫົວຂໍ້ “ການເຊື່ອມຕໍ່ທາງດ້ານນະວັດຕະກຳໃຫ້ເປັນອັນໜຶ່ງອັນດຽວ ເພື່ອການກ້າວໄປສູ່ການປະຕິຮູບສື່ທ່າມການປ່ຽນແປງຂອງໂລກ”

ທາງຄະນະຈັດງານກ່າວວ່າ: ຈຸດປະສົງຂອງງານຄັ້ງນີ້ກໍເພື່ອຊ່ວຍເນັ້ນຢ້ຳເຖິງບົດບາດສຳຄັນຂອງສື່ມວນຊົນໃນການເປັນຂົວຕໍ່ຄວາມເຂົ້າໃຈລະຫວ່າງປະຊາຊົນ ແລະ ເສີມສ້າງການຮ່ວມມືທີ່ສ້າງສັນທ່າມກາງສະຖານະການທີ່ບໍ່ຄົງທີ່ຂອງໂລກ.

ພາຍໃນງານຍັງໄດ້ມີການລິເລີ່ມໂຄງການຝຶກອົບຮົມແກ່ຜູ້ສື່ຂ່າວຈາກກຸ່ມປະເທດຊີກໂລກໃຕ້ (Global South) ເພື່ອຍົກລະດັບ ແລະ ເປີດພື້ນທີ່ໃຫ້ສຽງຂອງກຸ່ມປະເທດກຳລັງພັດທະນາໄດ້ຮັບການສະທ້ອນສູ່ສັງຄົມໂລກຢ່າງທົ່ວເຖິງຍິ່ງຂຶ້ນ. ພ້ອມກັນນີ້, ກໍໄດ້ມີການມອບໜັງສືຮັບຮອງການເຂົ້າຮ່ວມເຄືອຂ່າຍ ເຮືອນສື່ມວນຊົນລະຫວ່າງປະເທດ ໃຫ້ແກ່ອົງກອນສື່ຈາກອີກ 10 ປະເທດ.

ນອກຈາກນັ້ນ, ຊິນຫົວ ເດລີ ມີເດຍ ກຣຸບ (Xinhua Daily Media Group) ສຳນັກຂ່າວລຳດັບຕົ້ນໆຂອງ ສປ ຈີນ ໄດ້ເປີດສູນບໍລິການ ແລະ ປະສານງານສື່ມວນຊົນ ໜຶ່ງແລວທາງໜຶ່ງເສັ້ນທາງປະຈຳມົນທົນຈຽງຊູ ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານຂອງນັກຂ່າວຕ່າງຊາດໃນໄລຍະຍາວ.

ທ່ານ ອາດິຕະ ກິດຕິຄຸນ ຮຸ້ນສ່ວນໃຫຍ່ ຈາກບໍລິສັດ ອາດີເຄ ກຣຸບ ກໍໄດ້ຍົກຕົວຢ່າງໃນກອງປະຊຸມກ່ຽວກັບ ຊ່ອງວ່າງການນຳໃຊ້ສື່ອອນລາຍລະຫວ່າງຝັ່ງຕະເວັນຕົກ ເຊັ່ນ ເຟສບຸກ, ອິນສະຕາແກຣມ, ຢູທູບ ແລະ ຝັ່ງຈີນ ວີແຊັດ, ໂຕ່ອິນ, ເຣດ.

ພ້ອມນີ້, ທ່ານ ອາດິຕະ ໄດ້ສະເໜີທາງອອກໂດຍການໃຊ້ AI ເປັນເຄື່ອງມືທະລາຍກຳແພງທາງດ້ານພາສາ, ການຈັດການເຝິກອົບຮົມທົ່ວໄປ, ແລະ ການຮ່ວມມືຜະລິດເນື້ອຫາຂ້າມປະເທດ, ເພາະນອກຈາກການເຊື່ອມຕໍ່ດ້ານການຄ້າ ແລະ ໂຄງຮ່າງລວມແລ້ວ, ການເຊື່ອມຕໍ່ລະບົບ ເພື່ອໃຫ້ສື່ສານເຖິງກຸ່ມເປົ້າໝາຍຂອງກັນແລະກັນໄດ້ ຖືວ່າເປັນສິ່ງທີ່ສຳຄັນຢ່າງຍິ່ງ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...