ເຟນານໂດ ປະຕິເສດການໂກງອາຍຸຂອງຊານເຊດນັກເຕະ ປອກຕຸຍການ

24779-news-3163 (1)

ເຟນານ​​ໂດ ຊານໂຕ​ສ ຜູ້ຈັດການທີມ​ຊາດ ​ປອກຕຸຍການ ອອກ​ຢືນຢັນ​ດ້ວຍ​ຕົວ​ເອງ​ວ່າ ເລ​ນາ​ໂຕ້ ຊານ​ເຊດ ກອງ​ກາງ​ດາວ​ຮຸ່ງ ບໍ່​ໄດ້​ໂກງ​ອາ​ຍຸ​ຕາມ​ທີ່​ມີ​ຂ່າວ​ລື​ອອກ​ມາ ຈາກ​ລາຍ​ງານ​ຂອງ goal.com ເມື່ອ​ວັນທີ່ 6 ກໍລະກົດ 2016

ກ່ອນ​ໜ້າ​ນີ້​ມີ​ຂ່າວ​ອອກ​ມາຄ້າຍຄື​ວ່າ​ຊານເຊດ ທີ່ອາຍຸ 18 ປີ ນັ້ນ​ໂກງ​ອາ​ຍຸ ໂດຍ​ທາງ ກີຍ໌ ລູຊ໌ ຜູ້ຈັດການທີມລະດັບຕຳນານຂອງຝຣັ່ງ ໄດ້​ສຳພາດ​ກັບ​ສື່​ກີລາ​ຂອງ ໂລ​ມາ​ນີ ວ່າ “ຂ້ອຍ​ສາມາດ​ຮັບ​ປະ​ກັນ​ໄດ້​ເລີຍ​ວ່າ ຄວາມ​ຈິງ​ພວກເຂົາ​ອາ​ຍຸ 23 ຫລື 24 ແລ້ວ​ລ່ະ”

ແບບນີ້ຈີ່ງເຮັດໃຫ້ເດືອດຮ້ອນ​ເຖິງ ເຟນານ​ໂດ ຊາດ​ໂຕ​ສ ທີ່​ຕ້ອງ​ມາ​ປະຕິເສດ​ເຖິງ​ກໍລະນີ​ດັ່ງ​ກ່າວ​ວ່າ “ຊານ​ເຊ​ດ ເກີດ​ທີ່ ປອກຕຸຍການ ບໍ່ແມ່ນ​ບ່ອນອື່ນ ລາວ​ອາ​ຍຸ 18 ປີ ສ່ວນ​ຂ້ອຍອາ​ຍຸ 61 ປີ ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ຂ້ອຍ​ເກີດ​ເມື່ອ 61 ປີ​ທີ່​ຜ່ານ ສ່ວນ​ລາວກໍເກິດ​ເມື່ອ 18 ປີ​ທີ່​ຜ່ານມາ ດັ່ງ​ນັ້ນ​ລາວກໍ​ຕ້ອງ​ອາ​ຍຸ 18 ປີ”

ທັງ​ນີ້ ປອກຕຸຍການ ມີ​ຄິວ​ລົງ​ເຕະກັບທີມຊາດ​ ເວວສ໌ ໃນການແຂ່ງຂັນບານເຕະເອີໂຣ2016 ຮອບ​ຮອງ​ຊະນະ​ເລີດ ໂດຍ​ການ​ແຂ່ງ​ຂັນ​ກັນ​ໃນ​ຄືນ​ມື້​ພຸດ​ວັນທີ 6 ກໍລະກົດນີ້ ເວລາ 02.00 ໂມງ