Homeeuro-2016ຄິງ ອາດໄດ້ລົງແທນ ແຣມຊີ ໃນເກມພົບກັບໂປຣຕຸເກດ

ຄິງ ອາດໄດ້ລົງແທນ ແຣມຊີ ໃນເກມພົບກັບໂປຣຕຸເກດ

Published on

ອາຣອນ ແຣມຊີ ມິດຟິວຂອງປືນໃຫຍ່ທີ່ໂຊຜົນງານໄດ້ດີຫຼາຍກັບທີມຊາດເວວ ແຕ່ກໍຕ້ອງຕິດໂທດແບນໃນເກມພົບກັບໂປຣຕຸເກດ, ເຊິ່ງຫຼາຍໆຄົນກໍກັງວົນວ່າຈະສົ່ງຜົນຕໍ່ລະບົບເກມຂອງເວວຫຼືບໍ່?.

ທາງດ້ານຂອງ ຄິງ ມິດຟິວຈາກທີມ ເລສເຕີ ເປັນໂຕເລືອກໜຶ່ງຂອງ ໂຄລແມນ ທີ່ຈະໄດ້ລົງຫຼິ້ນໃນເກມພົບກັບໂປຣຕຸເກດນີ້ ຫຼັງຈາກທີ່ນັ່ງເປັນຜູ້ຫຼິ້ນສຳຮອງມາຕະຫຼອດໄລຍະທີ່ເລີ່ມການແຂ່ງຂັນຢູໂຣ 2016 ແຕ່ກໍເຖິງເວລາທີ່ຈະສະແດງຄວາມສາມາດແດ່ແລ້ວເພາະ ແຣມຊີ ຕິດໂທດແບນ. ສ່ວນນອກຈາກຄິງ ແລ້ວກໍຍັງມີ ໂຈນາທານ ວິນລ້ຽມ ແລະ ເດວິດ ເອັດເວີຣ໌ດ ທີ່ອາດຈະໄດ້ລົງ.

ຖືວ່າເປັນສິ່ງທີ່ລຳບາກຫຼາຍເພາະກຸນຊືທີມມັງກອນແດງ ຕ້ອງຕັດສິນໃຈເລືອກນັກເຕະທີ່ດີທີ່ສຸດລົງຫຼິ້ນແທນ ອາຣອນ ແຣມຊີ ເພື່ອໃຫ້ມີຜົນກະທົບຕໍ່ທີມໜ້ອຍທີ່ສຸດ. ອີງຕາມລາຍງານຈາກ Dailymail ບອກວ່າ ຄິງ ເປັນໂຕເລືອກດຽວທີ່ມີໂອກາດໄດ້ລົງຫຼາຍກວ່າໝູ່ ເພາະຄວາມເປັນທຳມະຊາດຂອງການຫຼິ້ນທີ່ເນັ້ນເກມບຸກຄ້າຍກັບແຣມຊີນັ້ນເອງ.
ທີ່ມາ:Arsenal.in.th,ເດັກລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...