Homeຂ່າວຕ່າງປະເທດທະນາຄານການຄ້າ ຫຸ້ນສ່ວນລົງທຶນ-ພັດທະນາຫວຽດນາມ ເປີດສາຂາຢູ່ມຽນມາ

ທະນາຄານການຄ້າ ຫຸ້ນສ່ວນລົງທຶນ-ພັດທະນາຫວຽດນາມ ເປີດສາຂາຢູ່ມຽນມາ

Published on

ຂປລ. ຕາມຂ່າວຕ່າງປະເທດ, ເມື່ອບໍ່ດົນມານີ້, ທະນາຄານການຄ້າ ຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ເປີດສາຂາຢູ່ມຽນມາ ພາຍຫລັງໄດ້​ຮັບ​ໃບ​ອະນຸຍາດ​ ຈາກ​ທະນາຄານ​ກາງຂອງ​ມຽນມາ ໂດຍໃຊ້ທຶນ75 ລ້ານ ໂດລາສະຫະລັດ ເພື່ອສ້າງທ່າແຮງໃຫ້ບັນດາວິສາຫະກິດຫວຽດນາມ ສາມາດເຄື່ອນໄຫວດຳເນີນທຸລະກິດໃນມຽນມາ ໃຫ້ເຂັ້ມແຂງຍິ່ງຂຶ້ນ ພ້ອມທັງຍົກສູງການຮ່ວມມືດ້ານການຄ້າ ທັງສອງປະເທດໃຫ້ແໜ້ນແຟ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...