ໂຄອາຊີເຂົ້າຮອບແບບເໜືອຄວາມຄາດໝາຍຈາກການເອົາຊະນະແອດສະປາຍ

ຜົນການແຂ່ງຂັນບານເຕະເອີໂຣ 2016​ ໂຄອາຊີ ພົບກັບ ແອດສະປາຍ ໃນເວລາ 02:00 ໂມງ ທີ່ຜ່ານມາ

128416-20160622044448718871

ໂຄອາຊີ ພິກ​ຊະ​ຕາ​ຕົວ​ເອງ​ດ້ວຍ​ການ​ໄລ່​ແຊງ​ເອົາ​ຊະນະ ແອດສະປາຍ ໄປ​ໄດ້ 2-1 ປະຕູພ້ອມ​ກັບ​ເອົາຍາດຕຳແໜ່ງ​ແຊມປ໌​ກຸ່ມ D ຂະນະ​ທີ່ ແອດສະປາຍ ເຂົ້າ​​ເປັນ​ອັນ​ດັບ 2 ຂອງ​ກຸ່ມ

ໂຄອາຊີ ລົງສະຫ​ນາມ​ພົບກັບ ແອດສະປາຍ ເຊີ່ງ​ຖື​ວ່າ​ເປັນ​ເກມ​ນັດທີ່​ມີ​ຄວາມຫມາຍ​ ​ຫລາຍ ແລະ​ເກມ​ນີ້​ພວກ​ພວກເຂົາ​ຕ້ອງ​ບໍ່​ເສຍເດັດຂາດ ເພາະໂອ​ກາດ​ເຂົ້າ​ຮອບ​ຈຶ່ງ​ຈະ​ສົດ​ໃສ

ເປີດ​ເກມ​ມາ​ໄດ້​ບໍ່ດົນ​ພຽງ​ແຕ່ 7 ນາ​ທີ​ເປັນ​ທາງ ອັນ​ບາ​ໂລ່ ໂມ​ລາ​ຕ້າ ທີ່​ເຂົ້າໄປ​ຢຸດ​ລູກ​ຍິງ​ຂອງ ເຊດກ໌ ຟາ​ເບ​ກັດ ເຮັດໃຫ້ ແອດສະປາຍ ຂຶ້ນ​ນຳ 1-0 ປະຕູ ແຕ່​ວ່າ​ໃນ​ຊ່ວງ​ທ້າຍ​ເຄີ່ງເວລາ​ທຳອິດ ນິ​ໂກ​ລ່າ ຄາ​ລິ​ນິດ ກໍ​ມາ​ຍິງ​ປະ​ຕູ​ຕີ​ສະເໝີ​ແບບ​ເໜືອ​ຊັ້ນ​ໃຫ້​ກັບ ໂຄ​ອາຊີ ໄດ້​ສຳ​ເລັດ​ເປັນ 1-1 ປະຕູ ແລະ​ເກມ​ຄູ່​ນີ້​ກໍ​ເບີງ່ຄື​ວ່າ​ຈະ​ຈົບ​ລົງ​ດ້ວຍ​ຜົນ​ສະເໝີ​ແຕ່​ໃນ​ຊ່ວງ​ທ້າຍ​ຂອງ​ເຄີ່ງເວລາທີ 2  ນາທີ 87 ຈາກ​ຈັງ​ຫວະ​ລາກບານ​ຂຶ້ນ​ມາ​ຂອງ ນິ​ໂກ​ລ່າ ຄາ​ລິ​ນິດ ແລ້ວ​ສົ່ງ​ໃຫ້​ກັບ ອິ​ວານ ເປ​ລິ​ຊິດ ເຂົ້າໄປ​ໃນ​ເຂດ​ໂທດ​ກ່ອນ​ທີ່​ດາວ​ເຕະ​ຊ້າຍ​ຟ້າ​ສັ່ງ​ຈະ​ຍິງມຸມ​ແຄບ​ສຽບ​ເສົາ​ແຮກ​ເຂົ້າໄປ​ໃຫ້ ໂຄ​ອາຊີ ພິກເອົາ​ຊະນະ ແອດສະປາຍ ໄປ​ໄດ້ 2-1 ປະຕູ

ໂຄ​ອາຊີ  ໄດ້ເຂົ້າ​ຮອບ​​ສຳ​ເລັດ ແລະ​ເໜືອ​ຄວາມ​ຄາດ​ໝາຍ​ດ້ວຍ​ການ​ເປັນ​ແຊມປ໌​ກຸ່ມ ຂະນະ​ທີ່ ແອດສະປາຍ ເສຍ ແລະ​ເຂົ້າ​ຮອບ​ໄປ​ໃນ​ຖານະ​ອັນ​ດັບ 2

128416-20160622044508552476