ໂປໂລຍເຂົ້າຮອບເປັນອັບດັບ 2 ຂອງກຸ່ມ C ຕາມຫລັງເຢຍລະມັນ

ຜົນການແຂ່ງຂັນບານເຕະເອີໂຣ 2016​ ອູແກຣນ ພົບກັບ ໂປ​ໂລຍ ໃນເວລາ 23:00 ໂມງ ທີ່ຜ່ານມາ

128417-20160622000135202625

ຢາຄຸບ ບຣາຊິກໂກສກີ ຍິງ​ປະ​ຕູ​ໃຫ້​ກັບ​ທີມ​ເອົາ​ຊະນະ ອູແກຣນ ໄປ​ໄດ້ 1-0 ປະຕູພ້ອມ​ກັບ​ຍ່າງ​ເຂົ້າ​ຮອບ​ເປັນ​ອັນ​ດັບ 2 ຮອງຈາກເຢຍລະມັນ

ສ່ວນທາງດ້ານ ອູແກຣນ ຍັງ​ບໍ່​ມີ​ຄະແນນ​ເລີຍ​ຫລັງຈາກ​ລົງ​ແຂ່ງ​ຂັນ​ມາ​ສອງ​ນັດ ສ່ວນ ໂປໂລຍ ​ເກມນັດ​ນີ້​ເອົາ​ຊະນະ​ໄດ້ກໍ່ເຂົ້າ​ຮອບແບບ​ສົດ​ໃສ ເກມ​ໃນ​ເຄີ່ງເວລາທຳອິດ ​ທັງ​ສອງ​ທີມ​ຍັງ​ເບິ່ງ​ສູ​ສີ​ກັນ​ຫລາຍ ແຕ່ວ່າ​ໃນ​ເຄີ່ງເວລາທີ 2 ​​ເປັນທາງດ້ານ ໂປ​ໂລຍ ທີ່​ຂຶ້ນ​ນຳ​ໄປ​ກ່ອນ​ຈາກ ຄູ​ບ້າ ກ່ອນ​ທີ່​ ອູແກຣນ ​ຈະ​ຫລິ້ນ​ເໝືອນ​ກັບ​ໝົດ​ເຫື່ອ​ແຮງ ແລະ​ສຸດ​ທ້າຍ ໂປ​ໂລຍ ກໍ​ເອົາ​ຊະນະ​ໄປ​ໄດ້​ຕາມ​ຄາດ 1-0 ປະຕູ

ໝົດ​ເວລາ​ການ​ແຂ່ງ​ຂັນ ໂປ​ໂລຍ ເຂົ້າ​ຮອບ​ໄປ​ໃນ​ຖານະ​ຮອງ​ແຊມປ໌​ກຸ່ມ​ C

128417-20160622000900898932
ສີສັນກອງເຊຍ