ເຢຍລະມັນເຂົ້າຮອບແບບສະບາຍໃຈຫລັງຈາກທີ່ຍິງກ່ອນຢ່າງໄວ

ຜົນການແຂ່ງຂັນບານເຕະເອີໂຣ 2016​ ໄອແລນ​ເໜືອ ພົບກັບ ເຢຍລະມັນ ໃນເວລາ 23:00 ໂມງ ທີ່ຜ່ານມາ

128418-20160621234650767228

ມາ​ລິ​ໂອ ໂກ​ເມ​ຊ ຍິງປະ​ຕູ​ໄຊ​ໃຫ້ ເຢຍລະມັນ ​ເອົາ​ຊະນະ ໄອ​ແລນເໜືອ ໄປ​ໄດ້​ແບບ​ຫວຸດ​ຫວິດ​ພ້ອມ​ກັບ​ຄວ້າ​ແຊມປ໌​ຂອງ​ກຸ່ມ C

ໄອແລນ​ເໜືອ ລົງສະຫ​ນາມ​ພົບກັບ ເຢຍລະມັນ ພ້ອມ​ຄວາມ​ຫວັງ ເພາະ​ວ່າ​ຫາກ​ພວກ​ພວກເຂົາ​ເອົາ​ຊະນະ​ໄດ້​ກໍ​ຈະ​ເຂົ້າ​ໃນຮອບ​ນັອກ​ເອົາທ໌​ທັນ​ທີ ແຕ່​ວ່າ​ກັບ​ຕ້ອງ​ມາ​ເສຍ​ປະ​ຕູ​ໄປ​ຢ່າງ​ວ່ອງໄວ​ໃຫ້​ກັບ​ການ​ຍິງ​ປະ​ຕູ​ຂອງ ມາ​ລິ​ໂອ ໂກ​ເມ​ຊ ແລະ​ນັ້ນ​ກໍ​ເປັນພຽງ​ປະ​ຕູ​ດຽວ​ທີ່ເກິດຂື້ນ​ໃນ​ເກມ​ນີ້

ໝົດ​ເວລາ​ການ​ແຂ່ງ​ຂັນ ເຢຍລະມັນ ເອົາ​ຊະນະ ໄອແລນເໜືອ ໄປ​ໄດ້ 1-0 ປະຕູພ້ອມ​ກັບ​ເຂົ້າ​ຮອບ​ໃນ​ຖານະ​ແຊມປ໌​ກຸ່ມ ສ່ວນ ໄອ​ແລນເໜືອ ຍັງ​ໄດ້​ລຸ້ນ​ອັນ​ດັບ 3 ທີ່​ດີ​ທີ່ສຸດ​ໃນ​ການ​ເຂົ້າ​ຮອບ

128418-20160621234707820101