ມັງກອນຖະຫລົ່ມໝີຂາວມຸ່ນອັບຍັບ 3-0 ປະຕູ ເຂົ້າຮອບຕໍ່ໄປ

ມັງ​ກອນ​ແດງ ເວວສ໌ ໂຊຟອ​ມໄດ້​ສຸດ​ຍອດ ໄລ່​ຖະ​ຫລົ່ມ ລັດ​ເຊຍ 3-0 ປະຕູໃນ​ເກມ​ນັດ​ທີ 3 ຂອງ ບານເຕະ ເອີໂຣ 2016 ຮອບ​ແບ່ງ​ກຸ່ມ ກຸ່ມ​ B ຄວ້າ​ແຊມປ໌​ກຸ່ມ ຜ່ານ​ເຂົ້າ​ສູ່​ຮອບ​ນ໊ອກ​ເອົາຕ໌

128385-20160621061729724795

ປະ​ຕູ​ສຸດ​ງາມ​ຈາກ ອາ​ລອນ ແລມ​ຊີ່ ຊ່ວຍ​ໃຫ້ ເວວສ໌ ຂຶ້ນ​ນຳ​ຕັ້ງ​ແຕ່​ນາ​ທີ 11 ຕາມ​ມາ​ດ້ວຍ​ລູກ​ຍິງ​ຂອງ ນີນ ເທີ​ເລີ ນາ​ທີ 20 ເຮັດໃຫ້ ເວວສ໌ ຄຸມ​ເກມ​ທຸກ​ຢ່າງ​ໄວ້​ໄດ້​ຢູ່ໃນ​ມື ​ແລະ ​ຈົບ​ເຄີ່ງເວລາທຳອິດ 2-0 ປະຕູ

ໃນ​ເຄີ່ງເວລາທີ 2 ​ສະຖານນະການ​ຍັງ​ບໍ່​ດີ​ຂຶ້ນ​ສຳລັບ​ລັດ​ເຊຍ ແລະ ແກ​ເລັດ ເບລ ກໍ​ມາ​ບວກ​ປະ​ຕູ​ທີ່ 3 ໃຫ້​ເວວສ໌ ນຳ​ຫ່າງ 3-0 ປະຕູໃນ​ນາ​ທີ 67 ແລະ​ ເປັນ​ປະ​ຕູ​ທີ່ 3 ໃນ 3 ນັດ​ຂອງ ເບລ ໃນ​ທົວນາ​ເມນ​ນີ້ ຂຶ້ນ​ນຳ​ເປັນ​ດາວ​ຊັນ​ໂວ

ຊ່ວງ​ທ້າຍ​ເກມ​ໃນ​ຂະນະ​ທີ່ ເວວສ໌ ຖອດເອົາ ເບລ ອອກ​ໄປ​ພັກ​ໃນ​ນາ​ທີ 83 ລັດ​ເຊຍ​ກໍ​ຍັງ​ບໍ່​ສາມາດ​ເຮັດຫຍັງ​ໄດ້ ຈົບ​ເກມ ໝີ​ຂາວ ລັດ​ເຊຍ ເປັນ​ອັນ​ດັບ​ທ້າຍ​ຂອງ​ກຸ່ມ​ B ຕົກຮອບ ເອີໂຣ 2016 ເປັນ​ທີມ​ທີ 2 ມີພຽງ​ຄະແນນດຽວ​ຈາກ​ການ​ສະເໝີ​ອັງ​ກິດ​ໃນ​ນັດ​ທຳອິດ

ສຳລັບ ເວວສ໌ ແມ່ນໄດ້ເຂົ້າຮອບນີ້ເປັນ​ເທື່ອ​ທີ 2 ໃນ​ປະຫວັດສາດ ທີ່​ສາມາດ​ຜ່ານ​ເຂົ້າ​ສູ່​ຮອບ​ນ໊ອກ​ເອົາຕ໌ໄດ້ ໂດຍ​ກ່ອນ​ໜ້າ​ນີ້​ເຄີຍ​ເຂົ້າ​ເຖິງ​ຮອບ​ກ່ອນ​ຮອງ​ຊະນະ​ເລີດ​ໃນບານໂລກ ປີ 1958

128385-20160621061729724669
ສີສັນກອງເຊຍ