ອັງກິດຟອມຕົກແຕ່ຍັງໄດ້ເຂົ້າຮອບເປັນທີ 2​ຂອງກຸ່ມ

ສິງ​ໃຫຍ່ ອັງ​ກິດ ຈົບ​ຮອບ​ແບ່ງ​ກຸ່ມ ເອີໂຣ 2016 ໄດ້​ພຽງ​ຮອງ​ແຊມປ໌​ກຸ່ມ​ B ຫລັງ​ຈາກ​ສະເໝີ​ກັບ ສະ​ໂລວກີ 0-0 ປະຕູ
128384-20160621061423659843
ກ່ອນລົງສະຫ​ນາມ ທີມ​ຊາດ​ອັງ​ກິດຍັງ​ເປັນ​ທີ 1 ຂອງ​ກຸ່ມ ແຕ່​ກໍ່​ບໍ່​ສາມາດ​ຫາ​ທາງ​ເຈາະ​ປະ​ຕູ ສະ​ໂລວາກີ ໄດ້ເລີຍ
ຣອຍ ຮັອດ​ສັນ ປ່ຽນ​ຜູ້​ຫລິ້ນ​ຕົວ​ຈິງ​ຈາກ​ນັດ​ທີ່​ແລ້ວ​ເຖິງ 6 ຄົນ ນັກ​ເຕະ​ຕົວ​ຫລັກ​ຢ່າງ ເວນ ລູ​ນີ່ ໃຫ້​ໂອ​ກາດ​ຜູ້​ຫລິ້ນ​ສຳ​ຮອງ​ໄດ້​ລົງສະຫ​ນາມ​ລວມ​ທັງ ແຈັກ ວິນ​ເຊຍ ຂະນະ​ທີ່ ເຈ​ມີ່ ວາ​ດີ້ ກັບ ດາ​ນ່ຽນ ສະ​ເຕີລິດຈ໌ ທີ່​ຍິງ​ປະ​ຕູ ເວວສ໌ ໃນ​ເກມ​ນັດທີ່​ຜ່ນມາ ກໍ​ໄດ້​ໂອ​ກາດລົງສະຫ​ນາມ​ຕັ້ງ​ແຕ່​ຕົ້ນ​ເກມ

ເຖິງແມ່ນວ່າ​ຈະ​ປ່ຽນ​ຕົວ​ເຖິງ​ເຄີ່ງ​ທີມ ແຕ່​ອັງ​ກິດກໍ່​ຫລິ້ນ​ໄດ້​ດີ ແລະ​ເປີດ​ເກມ​ບຸກ​ເຂົ້າ​ໃສ່​ສະໂລວາກີ ໃນ​ເຄີ່ງເວລາທຳອິດ ແຕ່​ຈັງ​ຫວະ​ຍິງ​ຫລາຍ​ເທື່ອ​ທັງ​ຈາກ ອະ​ດຳ ລັນ​ລາ​ນ່າ, ຈໍແດນ ເຮນ​ເດີສັນ, ເຈ​ມີ່ ວາດີ້ ແລະ ດາ​ນ່ຽນ ສະ​ເຕີລິດຈ໌ ບໍ່​ສາມາດ​ປ່ຽນ​ເປັນ​ປະ​ຕູ​ໄດ້

ເຄີ່ງເວລາທີ 2  ສະ​ໂລ​ວາກີ ກັບ​ມາ​ຫລິ້ນ​ໄດ້​ດີ​ຂຶ້ນ​ແລະ​ມີ​ໂອ​ກາດ​ນຳ ຈາກ​ຈັງ​ຫວະ​ທີ່ ຄຣີສ ສະ​ມໍລິງ ພັກ​ເອິກ​ຄືນ​ຫລັງ​ໃຫ້​ ໂຈ ຮາທ ບໍ່​ດີ ໂລ​ເບີດ​ ມັຄ ພະຍາຍາມ​ສອດ​ເຂົ້າໄປຍາດ​ແຕ່​ເຮັດ​ບໍ່​ສຳ​ເລັດ

ຊ່ວງ​ທ້າຍ​ເກມ ຣອຍ ຮັອດສັນ ພະຍາຍາມ​ສັ່ງ​ລູກ​ທີມ​ບຸກ​ໃສ່​ຜູ້​ຫລິ້ນ​ເກມ​ບຸກລົງ​ໄປ​ເພີ່ມ ແຕ່​ກໍ​ບໍ່​ອາດ​ຫາ​ທາງ​ສົ່ງ​ບານ​ເຂົ້າ​ປະ​ຕູ​ໄດ້ ສຸດ​ທ້າຍ​ເກມ​ຈົບ 0-0 ປະຕູ

128384-20160621061423659627