spot_img
Home​ຂ່າວບັນເທິງພາບບັນຍາກາດ ບຸນລາວ Laos Festival 2016 ທີ່ສວນ Yogogi ໂຕກຽວ ປະເທດຍີ່ປຸ່ນ

ພາບບັນຍາກາດ ບຸນລາວ Laos Festival 2016 ທີ່ສວນ Yogogi ໂຕກຽວ ປະເທດຍີ່ປຸ່ນ

Published on

ບຸນລາວ Lao Festival 2016 ຖືກຈັດຂຶ້ນປີລະຄັ້ງເພື່ອເປີດກວ້າງໃຫ້ຊາວຕ່າງຊາດ ໄດ້ຮູ້ຈັກປະເທດລາວຂອງພວກເຮົາຫຼາຍຂຶ້ນ ແລະ ປິນີ້ໄດ້ຈັດຂຶ້ນໃນວັນທີ 28-29 ພຶດສະພາ ທີ່ສວນ Yogogi, ໂຕກຽວ ປະເທດຍີ່ປຸ່ນນອກຈາກແນະນຳກ່ຽວກັບຮີດຄອງປະເພນີອັນດີງາມ, ວັດທະນະທຳ ອັນເປັນຕາໜ້າອອນຊອນ ຫຼົງໄຫຼ, ນອກຈາກຈະນຳສະເໜີກ່ຽວກັບບຸນປະເພນີເທສະການຕ່າງໆຂອງບ້ານເຮົາແລ້ວຍັງມີອາຫານຂຶ້ນຊື່ຂອງລາວໄວ້ໃຫ້ຊາວຕ່າງຊາດໄດ້ລອງຊີມ, ມີການເດີນແບບໂຊຜ້າໄໝ ເປັນທີ່ຕື່ນຕາຕ້ອງໃຈ, ມີການຮ້ອງເພງ, ການເຕັ້ນບັດສະຫຼົບ…

867.1

ປີນີ້ ມີສີລະປິນລາວຫຼາຍຄົນ ໄປຮ່ວມປະກອບສ່ວນ ສ້າງຄວາມບັນເທີງ ແລະ ຍັງມີ ສາວ ລູກນ້ຳນາງສາວລາວ ປີ 2011 ໄປຮ່ວມເດີນແບບ ແລະ ໂຊຝີມືການເຮັດລາບ ແຊບໆ ໃຫ້ທຸກໆຄົນທີ່ມາຮ່ວມງານໄດ້ຮັບປະທານ.

ບັນຍາກາດຄຶກຄື້ນມ່ວນຊື່ນ ຜູ້ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນທຸກປີເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນ ເກີດຄວາມຄຶດຢາກພາຄອບຄົວມາສຳພັດບັນຍາກາດແທ້ຈິງຢູ່ປະເທດຈັກຄັ້ງໃນຊີວິດ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...