spot_img
Home​ຂ່າວທ່ອງທ່ຽວວັດສີມຸງຄຸນ ເມືອງຊຳໃຕ້ ແຂວງ ຫົວພັນ

ວັດສີມຸງຄຸນ ເມືອງຊຳໃຕ້ ແຂວງ ຫົວພັນ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ເຮົາຈະພາທຸກທ່ານໄປທ່ຽວທີ່ວັດສີມຸງຄຸນ ເມືອງຊຳໃຕ້ ແຂວງ ຫົວພັນ ເຊິ່ງວັດແຫ່ງນີ້ມີອາຍຸເກົ່າແກ່ ແລະ ປະຫວັດສາດທີ່ໜ້າສົນ ເພາະຖືກສ້າງຂື້ນໃນລະຫວ່າງປີ ຄ.ສ. 1917-1925. ໂດຍ ພະສົມເດັດສີ ແລະ ເຈົ້າສັດທາໃນການສ້າງ ແມ່ນ ເພັຍອີນ ແຫ່ງ ຕາແສງຊຳໃຕ້.

239

ສະຖານທີ່ຕັ້ງຂອງ ວັດສີມຸງຄຸນ ແມ່ນຕັ້ງຢູ່ບ້ານຊຳໃຕ້ເກົ່າ ຫ່າງຈາກເທດສະບານເມືອງຊຳໃຕ້ ປະມານ 2 ກິໂລແມັດ.

ໃນຂອບເຂດວັດປະກອບມີ ຖາວອນນະວັດຖຸທີ່ສວຍງາມຄື ພະທາດສູງປະມານ 30 ແມັດ ຈຳນວນ 02 ອົງ, ທາດຊົງດອກບົວ 02 ອົງ ແລະ ຫໍບູຊາ 02 ຫໍ ໂດຍແມ່ນເຈົ້່າສັດທາຄົນດຽວກັນ ແລະ ໄດ້ມີພຶທີຂອດບືສິມ, ສົມໂພດພຣະ ແລະ ສູດເບີກວັດພ້ອມກັນໃນປີ 1932. ນັບແຕ່ນັ້ນມາ ວັດແຫ່ງນີ້ ໄດ້ເປັນຫລັກບ້ານຫລັກເມືອງ ເປັນບ່ອນສັກກະລະບູຊາຫນ້າເຊື່ອຖື ທີ່ມີອານຸພາບ ມະຫັດສະຈັນ ເຊັ່ນເປັນບ່ອນທວາຍອັນສັກສິດ ແລະ ໃນນັ້ນມີເຫດການເກີດຂຶ້ນໃນ ປີ 1947 ກໍຄື ພະອົງຕຶ້ທີ່ປະດິດສະຖານພາຍໃນສິມ ເກີດມີ ນ້ຳເຫື່ອອອກທົ່ວອົງພະ, ພະອາຈານກອງເຈົ້າອາວາດໃນຂະນະນັ້ນ ໄດ້ນຳຜ້າແພໄປເຊັດ ແລະ ສົມມາຄາລະວະ.

ວັດແຫ່ງນີ້ ເປັນວັດໜຶ່ງທີ່ສວຍງາມ ອ້ອມຮອບດ້ວຍທຳມະຊາດ ທີ່ສົດຊື່ນ ແລະ ມີເອກະລັກສະເພາະ ທາງດ້ານການກໍ່ສ້າງ ສ່ອງແສງໃຫ້ເຫັນເຖິງຮູບແບບທາງວັດທະນະທຳ, ສື່ເຖິງຮູບແບບການດຳລົງຊີວິດ ຂອງຊາວຫົວພັນໃນສະໄໝກ່ອນ.

ແຕ່ປັດຈຸບັນ ວັດສີມຸງຄຸນ  ທີ່ເປັນບ່ອນສັກກະລະບູຊາຫນ້າເຊື່ອຖື ທີ່ມີອານຸພາບ ມະຫັດສະຈັນໃນອະດີດ ໄດ້ກາຍເປັນວັດຮ້າງ ເພາະບໍ່ມີພຣະຈຳວັດເລີຍແມ້ແຕ່ອົງດຽວ ແລະ ສະພາບຂອງວັດກໍ່ຊຸດໂຊມໄປຕາມການເວລາ ເພາະບໍ່ມີຄົນໄປບູລະນະຮັກສາ ມໍລະດົກອັນລ້ຳຄ່າທີ່ຄົນສະໄໝກ່ອນໄດ້ສ້າງໄວ້, ເຊິ່ງເປັນເລື່ອງທີ່ໜ້າເສຍດາຍ ທີ່ສະຖານທີ່ອັນສັກສິດ ເຕັມໄປດ້ວຍເລື່ອງລາວທາງວັດທະນະທຳຂອງຄົນສະໄໝກ່ອນໄດ້ຖືກລົບເລືອນໄປຕາມການເວລາ

ຕາມທັກສະນະຕິຂອງຄົນຂຽນ ຄິດວ່າ ສະຖານທີ່ດັ່ງກ່າວນີ້ຄວນໄດ້ຮັບການບູລະນະປະຕິສັງຂອນຂຶ້ນມາໃໝ່ອີກຄັ້ງ ເພື່ອໃຫ້ສະຖານທີ່ດັ່ງກ່າວເປັນບ່ອນທ່ອງທ່ຽວທາງປະຫັວດສາດອັນໜຶ່ງຂອງແຂວງ ຫົວພັນ ເພື່ອໃຫ້ລູ້ນຫຼັງໄດ້ຮັບຮູ້ແລະ ສຳພັດເຖິງວັດທະນະທຳອັນດີງາມຂອງຄົນສະໄໝກ່ອນຜ່ານສິ່ງປຸກສ້າງອັນເກົ່າແກ່ທີ່ວັດແຫ່ງນີ້.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...