spot_img
Home​ຂ່າວບັນເທິງບູ່ຣາຕິໂນ້ ນຳທີມງານ ຄລາຍແມັກຊ໌ມັລຕິມີເດຍ ແລະ ແຟນລາຍການ FM 95 MHz ໄປມອບເຄື່ອງໃຫ້ກັບໂຮງຮຽນບ້ານກອງລໍ

ບູ່ຣາຕິໂນ້ ນຳທີມງານ ຄລາຍແມັກຊ໌ມັລຕິມີເດຍ ແລະ ແຟນລາຍການ FM 95 MHz ໄປມອບເຄື່ອງໃຫ້ກັບໂຮງຮຽນບ້ານກອງລໍ

Published on

4901
ເມື່ອວັນທີ 29 ເມສາ 2016 (ວັນສຸກ) ທີ່ຜ່ານມາ ບູ່ຣາຕິໂນ້ ໃນນາມປະທານບໍລິສັດ ຄລາຍແມັກຊ໌ມັລຕິມີເດຍ ທີ່ເປັນບໍລິສັດສື່ໂຄສະນາຄົບວົງຈອນ ແລະ ຮັບຈັດງານທຸກປະເພດ ພ້ອມດ້ວຍທີມງານ ມາມອບເຄື່ອງໃຫ້ກັບໂຮງຮຽນບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ.

ເຄື່ອງມອບລວມມີ ພັດລົມຕິດເພດານ 6 ຫນ່ວຍພ້ອມສາຍໄຟ ອຸປະກອນຕິດຕັ້ງຄົບຊຸດ, ສີທາ 10 ຖັງ, ອຸປະກອນການຮຽນ ແລະ ອຸປະກອນການຫລິ້ນກິລາສຳລັບນັກຮຽນ 100 ກວ່າຄົນ ລວມມູນຄ່າກວ່າ 9,000,000 ກີບ. ພ້ອມນີ້, ໄດ້ມີແຟນລາຍການວິທະຍຸ FM 95 MHz ສົມທົບ ສາຍໄຟ, ຊຸດຢາປະຖົມພະຍາບານ, ເຂົ້າຫນົມຫລາກຫລາຍປະເພດຈຳນວນຫນຶ່ງມາໃຫ້ນ້ອງນຸ່ງລູກຫລານນັກຮຽນດັ່ງກ່າວ.

ນອກຈາກຈະໄປມອບເຄື່ອງແລ້ວຍັງໄດ້ເຮັດກິດຈະກຳສົ່ງຄວາມສຸກໃຫ້ນ້ອງໂດຍ ມີການຮ້ອງເພງໃຫ້ນ້ອງໆຟັງ ພ້ອມທັງຊ່ວຍທາສີໂຮງຮຽນໃຫ້ສວຍງາມອີກດ້ວຍ

ສຳລັບໂຮງຮຽນບ້ານຄູນຄຳ ມີນັກຮຽນທັງຫມົດ 184 ຄົນ ມີອະນຸບານ, ປະຖົມ ແລະ ກຳລັງເລີ່ມມີຊັ້ນມັດທະຍົມຕົ້ນ, ຕັ້ງຢູ່ໃກ້ກັບຖໍ້າກອງລໍ ສະຖານທີ່ທ່ອງທ່ຽວຍອດນິຍົມຂອງແຂວງຄຳມ່ວນ.

 

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...