Homeຂ່າວທ່ອງທ່ຽວຕາດສະເຫຼີ້ຍ ແຂວງຫົວພັນ ຕາດສະເຫຼີ້ຍ ແຂວງຫົວພັນ ຂ່າວທ່ອງທ່ຽວ Published on 30/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2813 ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ຈະພາທຸກຄົນກັບມາທ່ຽວແຂວງຫົວອີກຄັ້ງຫຼັງຈາກເຄີຍນຳສະເໜີແຫລ່ງທ່ອງທ່ຽວທາງປະຫວັດສາດລາວເຊັ່ນຖ້າປະທານທ່ານໄກສອນພົມວິຫານໄປແລ້ວຄັ້ງໜຶ່ງ. ແຂວງຫົວພັນທີ່ຈິງແລ້ວມີແຫລ່ງທ່ອງທ່ຽວປະເພດນ້ຳຕົກຕາດທີ່ສວຍງາມຫຼາຍໆແຫ່ງ ແຕ່ບາງຕາດອາດຈະບໍ່ມີສື່ສຽງເທົ່າທີ່ຄວນ ອາດເປັນເພາະຍັງມີຫຼາຍຄົນທີ່ໄປບໍ່ທັນຮອດ ຫຼື ໄປແລ້ວບໍ່ໄດ້ນຳຂໍ້ມູນມາເຜີຍແຜ່ຕໍ່ ເຊິ່ງມື້ນີ້ ພວກເຮົາຈະພາທຸກທ່ານໄປທ່ຽວ ຕາດສະເຫຼີ້ຍ ຕາດສະເຫຼີ້ຍ ຕັ້ງຢູ່ລະຫວ່າງທາງຜ່ານ ບ້ານສະເຫຼີ້ຍ ແລະ ບ້ານໂພນໄຊ ເສັ້ນທາງເລກ 6 ຊໍາເໜືອ ຫາ ຊຽງຂວາງ, ຫ່າງຈາກເທສະບານແຂວງ 36 ກິໂລແມັດ. ນໍ້າຕົກຕາດສະເຫຼີ້ຍ ມີລັກສະນະເນີນ ທີ່ບໍ່ສູງປານໃດ ແຕ່ມີຄວາມຍາວ ປະມານ 100 ກວ່າແມັດ, ບ່ອນກວ້າງສຸດປະມານ 10 ແມັດ. ລົດໃຫຍ່, ລົດຈັກ ສາມາດເຂົ້າເຖິງໄດ້ສະດວກ, ສະຖານທີ່ມີຫ້ອງນ້ຳ, ມີຮ້ານອາຫານ ແລະ ມີຂົວອູ່ ຢູ່ຕິດຕີນຕາດ ແລະ ຫົວຕາດ ສາມາດຍ່າງຂ້າມໄປມາໄດ້. ສະຖານທີ່ທ່ອງທ່ຽວທີ່ສວຍງາມຍັງຄົງຖ້າພວກທ່ານມາຊື່ຊົມສຳພັດຢູ່ ການເດີນທາງຍັງອີກຍາວໄກ ຕິດຕາມຕໍ່ໄປວ່າຄັ້ງໜ້າທີມງານເຮົາຈະພາທຸກທ່ານໄປທ່ຽວໃສ? ສ່ວນມື້ນີ້ຝາກໄວ້ທີ່ ຕາດສະເຫຼີ້ຍ ແຂວງຫົວພັນ Tagsຕາດສະເຫຼີ້ຍຕາດສະເຫຼີ້ຍ ແຂວງຫົວພັນທ່ອງທ່ຽວລາວທ່ອງທ່ຽວສປປລາວທ່ຽວລາວທ່ຽວສປປລາວແຂວງຫົວພັນ ບົດຄວາມຫຼ້າສຸດ ຂ່າວພາຍໃນ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ.... 20/11/2026 ຂ່າວພາຍໃນ ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ... 20/11/2026 ຂ່າວພາຍໃນ ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ... 19/11/2026 ຂ່າວການພັດທະນາ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 17/11/2026