spot_img
Home​ຂ່າວທ່ອງທ່ຽວຕາດສະເຫຼີ້ຍ ແຂວງຫົວພັນ

ຕາດສະເຫຼີ້ຍ ແຂວງຫົວພັນ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ຈະພາທຸກຄົນກັບມາທ່ຽວແຂວງຫົວອີກຄັ້ງຫຼັງຈາກເຄີຍນຳສະເໜີແຫລ່ງທ່ອງທ່ຽວທາງປະຫວັດສາດລາວເຊັ່ນຖ້າປະທານທ່ານໄກສອນພົມວິຫານໄປແລ້ວຄັ້ງໜຶ່ງ.

ແຂວງຫົວພັນທີ່ຈິງແລ້ວມີແຫລ່ງທ່ອງທ່ຽວປະເພດນ້ຳຕົກຕາດທີ່ສວຍງາມຫຼາຍໆແຫ່ງ ແຕ່ບາງຕາດອາດຈະບໍ່ມີສື່ສຽງເທົ່າທີ່ຄວນ ອາດເປັນເພາະຍັງມີຫຼາຍຄົນທີ່ໄປບໍ່ທັນຮອດ ຫຼື ໄປແລ້ວບໍ່ໄດ້ນຳຂໍ້ມູນມາເຜີຍແຜ່ຕໍ່ ເຊິ່ງມື້ນີ້ ພວກເຮົາຈະພາທຸກທ່ານໄປທ່ຽວ ຕາດສະເຫຼີ້ຍ

ຕາດສະເຫຼີ້ຍ ຕັ້ງຢູ່ລະຫວ່າງທາງຜ່ານ ບ້ານສະເຫຼີ້ຍ ແລະ ບ້ານໂພນໄຊ ເສັ້ນທາງເລກ 6 ຊໍາເໜືອ ຫາ ຊຽງຂວາງ, ຫ່າງຈາກເທສະບານແຂວງ 36 ກິໂລແມັດ. ນໍ້າຕົກຕາດສະເຫຼີ້ຍ ມີລັກສະນະເນີນ ທີ່ບໍ່ສູງປານໃດ ແຕ່ມີຄວາມຍາວ ປະມານ 100 ກວ່າແມັດ, ບ່ອນກວ້າງສຸດປະມານ 10 ແມັດ. ລົດໃຫຍ່, ລົດຈັກ ສາມາດເຂົ້າເຖິງໄດ້ສະດວກ, ສະຖານທີ່ມີຫ້ອງນ້ຳ, ມີຮ້ານອາຫານ ແລະ ມີຂົວອູ່ ຢູ່ຕິດຕີນຕາດ ແລະ ຫົວຕາດ ສາມາດຍ່າງຂ້າມໄປມາໄດ້.

ສະຖານທີ່ທ່ອງທ່ຽວທີ່ສວຍງາມຍັງຄົງຖ້າພວກທ່ານມາຊື່ຊົມສຳພັດຢູ່ ການເດີນທາງຍັງອີກຍາວໄກ ຕິດຕາມຕໍ່ໄປວ່າຄັ້ງໜ້າທີມງານເຮົາຈະພາທຸກທ່ານໄປທ່ຽວໃສ? ສ່ວນມື້ນີ້ຝາກໄວ້ທີ່ ຕາດສະເຫຼີ້ຍ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...