spot_img
Homeຂ່າວພາຍ​ໃນພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື

ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື

Published on

ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ອັດຕະປື

ໃນຕອນເຊົ້າວັນທີ 15 ມີນາ 2016 ໃນເວລາ 11:15 ໂມງ ທີ່ຜ່ານໄດ້ເກີດເຫດສະເທືອນໃຈຂຶ້ນທີ່ແຂວງອັດຕະປື ເມື່ອຜູ້ເປັນພໍ່ເກີດອາການເມົາຢາບ້າໜັກລີຍຂ້າລູກໄວອາຍຸພຽງ 3 ເດືອນເທົ່ານັ້ນ.

ຜູ້ກ່ຽວໄດ້ຮັບສາລະພາບວ່າ ເມົາຢາບ້າ ແລະ ໄດ້ລົງມືຂ້າລູກຂອງຕົນ ເຊິ່ງເປັນເພດຊາຍ ອາຍຸ 3 ເດືອນ, ເປັນລູກຄົນດຽວຂອງລາວ ແລະ ເມຍ. ທ້າວ ກັນ ເປັນຄົນແຂວງຊຽງຂວາງ ແລະ ໄດ້ຍ້າຍມາຢູ່ເຂດບ້ານໂດນ ເມືອງພູວົງ ແລະ ແຕ່ງງານກັບຄົນບ້ານດັ່ງກ່າວ.

ເຈົ້າໜ້າທີ ປກສ ໄດ້ເຂົ້າໄປຈັບຕົວ ທ້າວ ກັນ ທີ່ບ້ານ ໂດນ, ເຂດວຽງໄຊ, ເມືອງພູວົງ ແຂວງອັດຕະປື ໃນຂໍ້ຫາ ຂ້າເດັກນ້ອຍອາຍຸ 3 ເດືອນ ຈົນເສຍຊີວິດ.

ພາຍຫຼັງຈັບກຸ່ມແລ້ວ ເຈົ້າໜ້າທີ່ໄດ້ທຳສຳນວນ ແລະ ໄດ້ຈັດພິທີຝັງເດັກນ້ອຍ ໂດຍໃຫ້ພໍ່ຜູ້ທີ່ຂ້າເຈ່ຍລູກຕົນເອງໄປຝັງ. ຈາກນັ້ນ ໄດ້ນຳຕົວຜູ້ກ່ຽວໄປກັກຂັງເພື່ອດຳເນີນຄະດີຕໍ່ໄປ.

ນີ້ຄືຜົນຮ້າຍຂອງຢາເສບຕິດ ເຊິ່ງນຳໄປສູ່ການສູນເສຍທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ເຊິ່ງເຫດການນີ້ເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເກີດໃນສັງຄົມລາວ ສຸດທ້າຍທາງທີມງານລາວໂພສຕ໌ກໍ່ຂໍໄຫວ້ອາໄລ ແລະ ຂໍສົ່ງດວງວິນຍານຂອງນ້ອງໄປສູ່ສຸຂະຕິດ້ວຍເຖີດ.

 

ພາບ ແລ ະຂ່າວ: ນັກຂ່າວ ອັດຕະປື

ແຫລ່ງຂ່າວຈາກ: ມູນນິທິຮ່ວມໃຈ.

ຂອບໃຈວິດີໂອຈາກ: ໂທລະໂຄ່ງ ແລະ ພາບນິ້ງຈາກໜ່ວຍກູ້ໄພນາຄາ

ສັງລວມເນື້ອໃນຂ່າວໂດຍ: ລາວໂພສຕ໌

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...