Homeຂ່າວພາຍໃນພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ຂ່າວພາຍໃນຂ່າວເຫດການອຸບັດເຫດແລະປາກົດການຫຍໍ້ທໍ້ Published on 16/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2563 ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ອັດຕະປື ໃນຕອນເຊົ້າວັນທີ 15 ມີນາ 2016 ໃນເວລາ 11:15 ໂມງ ທີ່ຜ່ານໄດ້ເກີດເຫດສະເທືອນໃຈຂຶ້ນທີ່ແຂວງອັດຕະປື ເມື່ອຜູ້ເປັນພໍ່ເກີດອາການເມົາຢາບ້າໜັກລີຍຂ້າລູກໄວອາຍຸພຽງ 3 ເດືອນເທົ່ານັ້ນ. ຜູ້ກ່ຽວໄດ້ຮັບສາລະພາບວ່າ ເມົາຢາບ້າ ແລະ ໄດ້ລົງມືຂ້າລູກຂອງຕົນ ເຊິ່ງເປັນເພດຊາຍ ອາຍຸ 3 ເດືອນ, ເປັນລູກຄົນດຽວຂອງລາວ ແລະ ເມຍ. ທ້າວ ກັນ ເປັນຄົນແຂວງຊຽງຂວາງ ແລະ ໄດ້ຍ້າຍມາຢູ່ເຂດບ້ານໂດນ ເມືອງພູວົງ ແລະ ແຕ່ງງານກັບຄົນບ້ານດັ່ງກ່າວ. ເຈົ້າໜ້າທີ ປກສ ໄດ້ເຂົ້າໄປຈັບຕົວ ທ້າວ ກັນ ທີ່ບ້ານ ໂດນ, ເຂດວຽງໄຊ, ເມືອງພູວົງ ແຂວງອັດຕະປື ໃນຂໍ້ຫາ ຂ້າເດັກນ້ອຍອາຍຸ 3 ເດືອນ ຈົນເສຍຊີວິດ. ພາຍຫຼັງຈັບກຸ່ມແລ້ວ ເຈົ້າໜ້າທີ່ໄດ້ທຳສຳນວນ ແລະ ໄດ້ຈັດພິທີຝັງເດັກນ້ອຍ ໂດຍໃຫ້ພໍ່ຜູ້ທີ່ຂ້າເຈ່ຍລູກຕົນເອງໄປຝັງ. ຈາກນັ້ນ ໄດ້ນຳຕົວຜູ້ກ່ຽວໄປກັກຂັງເພື່ອດຳເນີນຄະດີຕໍ່ໄປ. ນີ້ຄືຜົນຮ້າຍຂອງຢາເສບຕິດ ເຊິ່ງນຳໄປສູ່ການສູນເສຍທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ເຊິ່ງເຫດການນີ້ເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເກີດໃນສັງຄົມລາວ ສຸດທ້າຍທາງທີມງານລາວໂພສຕ໌ກໍ່ຂໍໄຫວ້ອາໄລ ແລະ ຂໍສົ່ງດວງວິນຍານຂອງນ້ອງໄປສູ່ສຸຂະຕິດ້ວຍເຖີດ. http://www.laopost.com/wp-content/uploads/2016/03/ຄາດຕະກຳ.mp4 ພາບ ແລ ະຂ່າວ: ນັກຂ່າວ ອັດຕະປື ແຫລ່ງຂ່າວຈາກ: ມູນນິທິຮ່ວມໃຈ. ຂອບໃຈວິດີໂອຈາກ: ໂທລະໂຄ່ງ ແລະ ພາບນິ້ງຈາກໜ່ວຍກູ້ໄພນາຄາ ສັງລວມເນື້ອໃນຂ່າວໂດຍ: ລາວໂພສຕ໌ Tagsຂ່າວຄາດຕະກຳຂ່າວປະກົດການຫຍໍ້ທໍ້ຂ່າວເດັ່ນ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's... 22/10/2025 ຂ່າວພາຍໃນ ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -... 22/10/2025 ທົ່ວໄປ ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025 ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ... 22/10/2025 ຂ່າວພາຍໃນ ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ... 21/10/2025