Homeຂ່າວພາຍໃນພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ຂ່າວພາຍໃນຂ່າວເຫດການອຸບັດເຫດແລະປາກົດການຫຍໍ້ທໍ້ Published on 16/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2567 ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ອັດຕະປື ໃນຕອນເຊົ້າວັນທີ 15 ມີນາ 2016 ໃນເວລາ 11:15 ໂມງ ທີ່ຜ່ານໄດ້ເກີດເຫດສະເທືອນໃຈຂຶ້ນທີ່ແຂວງອັດຕະປື ເມື່ອຜູ້ເປັນພໍ່ເກີດອາການເມົາຢາບ້າໜັກລີຍຂ້າລູກໄວອາຍຸພຽງ 3 ເດືອນເທົ່ານັ້ນ. ຜູ້ກ່ຽວໄດ້ຮັບສາລະພາບວ່າ ເມົາຢາບ້າ ແລະ ໄດ້ລົງມືຂ້າລູກຂອງຕົນ ເຊິ່ງເປັນເພດຊາຍ ອາຍຸ 3 ເດືອນ, ເປັນລູກຄົນດຽວຂອງລາວ ແລະ ເມຍ. ທ້າວ ກັນ ເປັນຄົນແຂວງຊຽງຂວາງ ແລະ ໄດ້ຍ້າຍມາຢູ່ເຂດບ້ານໂດນ ເມືອງພູວົງ ແລະ ແຕ່ງງານກັບຄົນບ້ານດັ່ງກ່າວ. ເຈົ້າໜ້າທີ ປກສ ໄດ້ເຂົ້າໄປຈັບຕົວ ທ້າວ ກັນ ທີ່ບ້ານ ໂດນ, ເຂດວຽງໄຊ, ເມືອງພູວົງ ແຂວງອັດຕະປື ໃນຂໍ້ຫາ ຂ້າເດັກນ້ອຍອາຍຸ 3 ເດືອນ ຈົນເສຍຊີວິດ. ພາຍຫຼັງຈັບກຸ່ມແລ້ວ ເຈົ້າໜ້າທີ່ໄດ້ທຳສຳນວນ ແລະ ໄດ້ຈັດພິທີຝັງເດັກນ້ອຍ ໂດຍໃຫ້ພໍ່ຜູ້ທີ່ຂ້າເຈ່ຍລູກຕົນເອງໄປຝັງ. ຈາກນັ້ນ ໄດ້ນຳຕົວຜູ້ກ່ຽວໄປກັກຂັງເພື່ອດຳເນີນຄະດີຕໍ່ໄປ. ນີ້ຄືຜົນຮ້າຍຂອງຢາເສບຕິດ ເຊິ່ງນຳໄປສູ່ການສູນເສຍທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ເຊິ່ງເຫດການນີ້ເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເກີດໃນສັງຄົມລາວ ສຸດທ້າຍທາງທີມງານລາວໂພສຕ໌ກໍ່ຂໍໄຫວ້ອາໄລ ແລະ ຂໍສົ່ງດວງວິນຍານຂອງນ້ອງໄປສູ່ສຸຂະຕິດ້ວຍເຖີດ. http://www.laopost.com/wp-content/uploads/2016/03/ຄາດຕະກຳ.mp4 ພາບ ແລ ະຂ່າວ: ນັກຂ່າວ ອັດຕະປື ແຫລ່ງຂ່າວຈາກ: ມູນນິທິຮ່ວມໃຈ. ຂອບໃຈວິດີໂອຈາກ: ໂທລະໂຄ່ງ ແລະ ພາບນິ້ງຈາກໜ່ວຍກູ້ໄພນາຄາ ສັງລວມເນື້ອໃນຂ່າວໂດຍ: ລາວໂພສຕ໌ Tagsຂ່າວຄາດຕະກຳຂ່າວປະກົດການຫຍໍ້ທໍ້ຂ່າວເດັ່ນ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025 ຂ່າວການສຶກສາ ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ... 10/11/2025 ຂ່າວຕ່າງປະເທດ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ... 04/11/2025 ຂ່າວຕ່າງປະເທດ ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ... 03/11/2025