ຂປລ. ພິທີປະກາດຮັບຮອງເອົາວັດພະທາດ ພະບາດ-ໂພນສັນ ເປັນມໍລະດົກທາງດ້ານວັດທະນະທຳ ຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມັງກອນນີ້, ໂດຍມີທ່ານ ດຣ. ສຸວັນນີ ໄຊຊະນະ ຮອງເຈົ້າແຂວງໆບໍລິຄຳໄຊ ແລະ ຜູ້ຕາງໜ້າຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.
ວັດພະທາດພະບາດ-ໂພນສັນ ສ້າງຕັ້ງຂຶ້ນມາແຕ່ປີ ພສ 902, ຕາມການສັນນິຖານຢູ່ສິມຮ້າງ ແລະ ຊາກອຸບມຸງກວາມຮອຍພະບາດ, ມີເນື້ອທີ່ປະມານ 1.200 ເຮັກຕາ, ຕັ້ງຢູ່ແຄມທາງເລກທີ 13 ໃຕ້ ຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນວັດທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ມາແຕ່ດົນນານ, ເປັນສູນລວມ ຈິດໃຈ ແລະ ເປັນບ່ອນເຄົາລົບບູຊາກາບໄຫ້ວ ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງໃນເດືອນມັງກອນຂອງທຸກໆປີ ກໍຈະມີພິທີກຳທາງສາສະໜາ ກໍຄື ບຸນນະມັດສະການພະທາດພະບາດ-ໂພນສັນ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງ ປະເທດ ໄດ້ມາເຕົ້າໂຮມກັນ ກາບໄຫ້ວສັກກະລະບູຊາ ແລະ ອື່ນໆ.
ວັດພະທາດພະບາດ-ໂພນສັນ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ສາມາດດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວສປປ ລາວ ກໍຄື ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນຈຳນວນຫລວງຫາຍ, ເປັນສະຖານທີ-ທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານວັດທະນະທຳ ແລະ ເປັນຈຸດກຳເນີດທາງດ້ານພຸດທະສາສະໜາ ໂດຍມີຮອຍພະບາດ ແລະ ໂພນສັນ ບ່ອນນັ່ງສັນເພນ ຂອງພະພຸດທະເຈົ້າ ເປັນຫລັກຖານຢັ້ງຢືນ.






ຂ່າວທີ່ກ່ຽວຂ້ອງ: ວັດພະບາດໂພນສັນ