spot_img
Homeຂ່າວພາຍ​ໃນໄຟໄໝ້ຕະຫຼາດຄົງເຊໂດນ

ໄຟໄໝ້ຕະຫຼາດຄົງເຊໂດນ

Published on

ໃນຕອນເຊົ້າມືດ ວັນທີ 21 ພຶດສະພາ 2015 ນີ້ເກີດເຫດອັກຄີໄພ ທີ່ຕະຫຼາດເມືອງຄົງເຊໂດນ, ເຮັດໃຫ້ຮ້ານຄ້າຂອງປະຊາຊົນໄໝ້ກ້ຽງ. ສ້າງຄວາມເສຍຫາຍໜັກ.
ຊາວບ້ານບອກວ່າ, ໄຟໄດ້ເລີ່ມລຸກໄໝ້ ເວລາປະມານ 03:00 ເຊິ່ງຕອນນັ້ນ ຄົນກຳລັງຫຼັບນອນ, ຊົ່ວຈະມີຄົນພົບເຫັນ ໄຟກໍ່ລາມໄໝ້ໄປໝົດແລ້ວ.
ສາເຫດ ແລະ ມູນຄ່າການເສຍຫາຍ ແມ່ນຢູ່ໃນການກວດສອບຂອງເຈົ້າໜ້າທີ່.
ນີ້ຖືເປັນອີກເຫດຮ້າຍຂອງ ອັກຄີໄພ ທີ່ສ້າງຄວາມເສຍຫາຍແກ່ປະຊາຊົນລາວ. ການເກີດອັກຄີໄພ ຕາມຕະຫຼາດ ກາຍເປັນປະເດັນທີ່ມີການຖົກຖຽງກັນໃນສັງຄົມລາວ ວ່າເປັນຫຍັງຈິ່ງມັກເກີດຂຶນແທ້. ແລະ ຈະຫາວິທີການປ້ອງກັນ ແນວໃດເພື່ອບໍ່ໃຫ້ເກີດຂຶ້ນອີກ.
ພາບແລະຂ່າວ: ນັກຂ່າວສັນຈອນ ຄົງເຊໂດນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...