spot_img
Homeຂ່າວພາຍ​ໃນພະນັກງານໂຮມໂຕຮຽກຮ້ອງຄ່າແຮງງານ

ພະນັກງານໂຮມໂຕຮຽກຮ້ອງຄ່າແຮງງານ

Published on

ພະນັກງານໂຮງງານເກືອກາລີ ບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນປະມານ 100 ກວ່າຄົນ ໄດ້ໂຮມໂຕກັນຮຽກຮ້ອງຄ່າໂຮງງານຈາກນາຍຈ້າງ ທີ່ເປັນຄົນຈີນ ພາຍຫຼັງທີ່ທາງໂຮງງານບໍ່ຈ່າຍຄ່າແຮງງານແກ່ເຂົາເຈົ້າມາໄດ້ 2 ເດືອນແລ້ວ.

ພະນັກງານຊາຍຜູ້ໜຶ່ງໄດ້ໃຫ້ສຳພາດແກ່ນັກຂ່າວພວກເຮົາວ່າ ທາງເຈົ້າຂອງໂຮງງານເກືອກາລີ ຊິໂນໄຮໂດຣ ບ້ານດົງບອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ບໍ່ຈ່າຍຄ່າແຮງງານແຕ່ຄົນງານມາແລ້ວ 2 ເດືອນ ໃນຂະນະດຽວກັນນັ້ນສຳລັບພະນັກງານທີ່ເປັນຄົນຈີນແມ່ນ ໄດ້ເງິນເດືອນເປັນປົກກະຕິ. ດັ່ງນັ້ນ, ມື້ວານນີ້ ວັນທີ 18 ມີນາ 2015 ຜູ້ອອກແຮງງານໂຮງງານເກືອດັ່ງກ່າວ ຈຶ່ງໄດ້ໂຮມໂຕກັນຮຽກຮ້ອງຄ່າແຮງງານ ໂດຍການບໍ່ຍອມເຮັດວຽກ ແລະເມື່ອບໍ່ເຮັດວຽກທາງໂຮງງານກໍໝາຍຂາດແລະຈະໄລ່ອອກ. ໂອກາດດັ່ງກ່າວພະນັກງານອອກແຮງງານ ຍັງເວົ້າວ່າຈະເອົາຊັບສິນໃນໂຮງງານອອກໄປຂາຍ ຖ້າຫາກບໍ່ໄດ້ຮັບຄ່າແຮງງານ ຫຼືເງິນເດືອນ. ແນວໃດກໍຕາມ ຫຼ້າສຸດມື້ນີ້ ວັນທີ 19 ມີນາ 2015 ທາງເຈົ້າຂອງໂຮງງານໄດ້ຈ່າຍຄ່າແຮງງານໃຫ້ພະນັກງານຢ່າງຄົບຖ້ວນ.

ພະນັກງານຜູ້ດັ່ງກ່າວຍັງກ່າວຕື່ມວ່າ ພະນັກງານສ່ວນຫຼາຍແມ່ນໄດ້ລາອອກຈາກໂຮງງານດັ່ງກ່າວ ພາຍຫຼັງໄດ້ຮັບຄ່າແຮງງານຄົບ ແລະໄດ້ຂ່າວວ່າທາງໂຮງງານຈະມີການເລີກຈ້າງພະນັກງານຕື່ມອີກ ພາຍຫຼັງທີ່ປະລິຍານແຮ່ທາດເກືອກາລີຫຼຸດລົງ. ແລະພະນັກງານຜູ້ນີ້ໄດ້ຢ້ຳວ່າ ນີ້ບໍ່ແມ່ນການປະທ້ວງ ພຽງແຕ່ເປັນການມາຮຽກຮ້ອງຄ່າແຮງງານ ພ້ອມກັນຊື່ໆ ເພາະຕ່າງຄົນຕ່າງຢາກໄດ້ຄ່າແຮງງານ ກໍເລີຍພາກັນມາສອບຖາມນຳເຈົ້າຂອງໂຮງງານ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...