spot_img
Home​ຂ່າວບັນເທິງເພງເອີ້ນອ້າຍໃສ່ໝໍ້ໜຶ້ງ ສ້າງປະຫວັດສາດໜ້າໃໝ່ ໃຫ້ວົງການເພງລາວ

ເພງເອີ້ນອ້າຍໃສ່ໝໍ້ໜຶ້ງ ສ້າງປະຫວັດສາດໜ້າໃໝ່ ໃຫ້ວົງການເພງລາວ

Published on


ມາຮອດຕອນນີ້ ຄົງຈະບໍ່ມີໃຜແລ້ວ ໃນປະເທດລາວທີ່ບໍ່ຮູ້ຈັກເພງ ເອີ້ນອ້າຍໃສ່ໝໍ້ໜຶ່ງ ເຊິ່ງເປັນບົດເພງທີ່ນອກຈາກທີຊ່ວງທຳນອງ ທີ່ມ່ວນອອນຊອນ ປະກອບກັບດົນຕີທີ່ແສນອ່ອນຊ້ອຍ ໜ້າຈັບໃຈແລ້ວ ເນື້ອໃນຂອງເພງກໍັຍັງສ່ອງແສງເຖິງ ວິຖີຊີວິດ ແລະປະເພນີຂອງຄົນລາວ ທີ່ເຄີຍປະຕິບັດມາແຕ່ບູຮານນະການ.
ນອກຈາກນັ້ນແລ້ວ ຄວາມເປັນເອກະລັກພິເສດ ທີ່ໂດດເດັ່ນບໍ່ຄືໃຜຂອງກະໂຕນັກຮ້ອງ ບໍ່ວ່າຈະເປັນສຽງຮ້ອງ, ເຄື່ອງແຕ່ງກາຍ ແລະກິລິກຍາທ່າທີ ລ້ວນແລ້ວແຕ່ສົ່ງເສີມໃຫ້ຄົນຕິດໃຈ ເຊິ່ງເວົ້າໄດ້ວ່າ ເບິ່ງຮູບຈະເລີນຕາ, ຟັງວາຈາຈະເລີນໃຈ ແລະເຫັນນິດໄສແລ້ວຈະເລີນຄົນ.
ຫຼ້າສຸດສາວ ມຸກດາວັນ ສັນຕິພອນ ນັກຮ້ອງບ້ານນາຊື່ດັງຂອງລາວ ໄດ້ອອກມາສະແດງຄວາມຂອບອົກຂອບໃຈ ຕໍ່ຜູ້ຟັງທຸກທ່ານ ແຟນເພງທຸກຄົນ ທີ່ຊ່ວຍສະໜັບສະໜຸນດ້ວຍການຟັງ ການເຊີນໄປສະແດງຮັບໃຊ້ ກໍຄືການຊື້ແຜ່ນສຽງຂອງຕົນ ແລະລວມທັງການເຂົ້າຟັງເພງຢູ່ໃນເວັບໄຊ Youtube ຈົນເຮັດໃຫ້ເພງ ເອີ້ນອ້າຍໃສ່ໝໍ້ໜຶ້ງ ມີຈຳນວນຜູ້ເຂົ້າຊົມສູງເກີນ 3,000,000 ເພຈວິວແລ້ວ ເຊິ່ງເມື່ອທຽບໃສ່ຈຳນວນພົນລະເມືອງລາວແລ້ວ ນັບວ່າເປັນປະຫວັດສາດທຳອິດຂອງວົງການເພງລາວ ໂດຍສະເພາະແມ່ນເພງ ທີ່ມີຍອດຜູ້ຊົມສູງທີ່ສຸດ ໃນໄລຍະນີ້.

11038737_805006456240259_8514342557827904998_n

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...