spot_img
Homeຂ່າວພາຍ​ໃນຖະແຫຼງຂ່າວກ່ຽວກັບການເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ 2014

ຖະແຫຼງຂ່າວກ່ຽວກັບການເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ 2014

Published on

ໃນວັນທີ 05 ພະຈິກ 2014 ເວລາ 9 ໂມງ 30, ກະຊວງວິທະຍາສາດແລະເຕັກໂນໂລຊີ ໄດ້ຮ່ວມກັບກະຊວງອຸດສາຫະກຳແລະການຄ້າ, ສະມາຄົມ ນັກທຸລະກິດໜຸ່ມ, ບໍລິສັດໄຮເອີ (HAIER), ບໍລິສັດເອເອັມແຊັດ ກຣູບ(AMZ Group), ບໍລິສັດບີບີຄິວ(BBQ), ບໍລິສັດໂຕໂຍຕ້າໂບຊູກຸອາຊຽນ (TOYOTA BOSHOKU ASIA),ບໍລິສັດລາວເວີນ, ບັນດານັກທຸລະກິດ, ຜູ້ປະກອບການແລະຜູ້ສະໜັບສະໜູນຫຼັກ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ 2014 (LAO TECHMART-2014) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 11-15 ທັນວາ 2014 ທີ່ສູນການຄ້າລາວ-ໄອເຕັກ. ການຈັດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ 2014 ຄັ້ງນີ້ເປັນງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີຄັ້ງທຳອິດຂອງ ສປປ ລາວ ໂດຍມີຈຸດປະສົງເພື່ອສ້າງເງື່ອນໄຂແລະເປີດໂອກາດໃຫ້ບັນດາກະຊວງ, ຂະແໜງການສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ສະຖາບັນການສຶກສາ ຕະຫຼອດຮອດພາກທຸລະກິດ-ເອກະຊົນ ແລະຜູ້ປະກອບການທັງພາຍໃນແລະຕ່າງປະເທດ ໄດ້ມີໂອກາດວາງສະແດງຜົນງານການຄົ້ນຄ້ວາແລະຜະລິດຕະພັນເຕັກໂນໂລຊີ ແນ່ໃສ່ຊຸກຍູ້ສົ່ງເສີມການນໍາໃຊ້ເຂົ້າໃນການຍົກສູງຜະລິດຕະພາບ ແລະຄຸນນະພາບຂອງການຜະລິດ ແລະສິນຄ້າຂອງລາວ ປະກອບສ່ວນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7, ເປັນຕົ້ນແມ່ນ ການແກ້ໄຂຄວາມທຸກຍາກແລະຫັນເປັນອຸດສາຫະກຳ ແລະທັນສະໄໝໃຫ້ປະກົດຜົນເປັນຈິງ. ໃນງານວາງສະແດງດັ່ງກ່າວຈະມີຫຼາຍຂົງເຂດເຕັກໂນໂລຊີ ເຊັ່ນ: ເຕັກໂນໂລຊີຊີວະພາບແລະກະສິກຳ, ຂໍ້ມູນຂ່າວສານ-ສື່ສານແລະການບໍລິການ, ພະລັງງານແລະວັດສະດຸໃໝ່, ວິສະວະກຳ, ການແພດ, ການຂົນສົ່ງ, ອາຫານແລະເຄື່ອງດື່ມ, ເອເລັກໂຕຼນິກແລະເຄື່ອງໃຊ້ໄຟຟ້າ ແລະຄາດຄະເນວ່າ ຈະມີຈຳນວນຫ້ອງວາງສະແດງຫຼາຍກວ່າ 350 ຫ້ອງ ເຊິ່ງມາຈາກບັນດາກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ຜູ້ຜະລິດແລະຜູ້ບໍລິການພາຍໃນປະເທດ, ພ້ອມທັງຈະເຊີນບັນດາບໍລິສັດຈາກປະເທດສະມາຊິກອາຊຽນແລະຄູ່ເຈລະຈາເຂົ້າຮ່ວມ.
ໃນງານດັ່ງກ່າວຍັງຈະໄດ້ຈັດກອງປະຊຸມພົບປະກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ລະຫວ່າງ ນັກທຸລະກິດຂອງລາວ ແລະ ຕ່າງປະເທດ ເພື່ອປຶກສາຫາລືແລກປ່ຽນບົດຮຽນທາງດ້ານການຄົ້ນຄວ້າແລະເຕັກໂນໂລຊີ. ພິທີຖະແຫຼງຂ່າວກ່ຽວກັບງານວາງສະແດງ-ຕະຫຼາດນັດດັ່ງກ່າວໄດ້ໃຫ້ກຽດເປັນປະທານ ໂດຍທ່ານບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງວິທະຍາສາດແລະເຕັກໂນໂລຊີ; ພ້ອມກັນນັ້ນໄດ້ໃຫ້ກຽດເຂົ້າຮ່ວມຂອງ ທ່ານສົມຈິດ ອິນທະມິດ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສະຫະກຳແລະການຄ້າ; ທ່ານ ນ.ວາລີ ເວດສະພົງ, ປະທານສະມະຄົມນັກທຸລະກິດໜຸ່ມ; ຜູ້ອຸປະຖຳຫຼັກ(HAIER, AMZ Group, BBQ, TOYOTA BOSHOKU ASIA, Lao World Co.,LTD (LAO-ITECC), MEECHAI Promotion) ແລະສື່ມວນຊົນຕ່າງ.

ທີ່ມາ http://dti.most.gov.la/News/News05112014.html

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...